ບັນດາຕົວແທນຜູ້ມີສິດເລືອກຕັ້ງໄດ້ເລືອກຕັ້ງທ່ານDonaldເປັນປະທານາທິບໍດີອາເມລິກາ

ບັນດາຕົວແທນຜູ້ມີສິດເລືອກຕັ້ງໄດ້ເລືອກຕັ້ງທ່ານDonaldເປັນປະທານາທິບໍດີອາເມລິກາ - ảnh 1
(ພາບ​ປະກອບ)

(vovworld) - ວັນ​ທີ 19/12, ບັນດາ​ຕົວ​ແທນ​ຜູ້​ມີ​ສິດ​ເລືອກ​ຕັ້ງຂອງ ອາ​ເມ​ລິ​ກາ ​ໄດ້​ສຳ​ເລັດ​ການ​ປ່ອນບັດ​ເລືອກ​ຕັ້ງ​ທີ່​ມີ​ລັກສະນະ​ລະບຽບ​ການ ​ເພື່ອ​​​ເລືອກ​ຕັ້ງຜູ້​ສະໝັກ​ເລືອກ​ຕັ້ງ​ຂອງ​ພັກສາ​ທາ​ລະນະ​ລັດ Donald​ Trump ເປັນ​ປະທານາທິບໍດີ​ ອາ​ເມ​ລິ​ກາ ຜູ້​ທີ 45 ຂອງ​ປະ​ເທດ​ນີ້, ​ໃນ​ຂະນະ​ນັ້ນ​ທ່ານ  Mike Pence ກໍ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານາທິບໍດີ​ໃນ​ອຳນາດ​ການ​ປົກຄອງ​ຈະ​ມາ​ເຖິງ. ​ຕົວ​ແທນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ 538 ຄົນ ຂອງ 50 ລັດ ​ແລະ ນະຄອນຫຼວງ ວໍ​ຊິງ​ຕັນ ​ໄດ້​ດຳ​ເນີນ​ການ​ປະຊຸມ​ສະ​ເພາະ​ຢູ່​ສຳນັກງານ​ອົງການ​ນິຕິບັນຍັດ​ລັດ​ຕ່າງໆ ​ເພື່ອ​ປ່ອນ​ບັດ​ຮັບຮອງ​ຜົນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຢ່າງ​ເປັນ​ທາງ​ການ ​ເຊິ່ງດຳ​ເນີນ​ໃນ​ວັນ​ທີ 8/11 ຜ່ານ​ມາ.

        ຕາມ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ ອາ​ເມ​ລິ​ກາ ​ແລ້ວ, ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ​ ຈະ​ດຳ​ເນີນ​ວາລະ​ປະຊຸມ​ຄົບ​ຄະນະ​ໃນ​ວັນ​ທີ 6/1/2017 ​ເພື່ອກວດ​ຈຳນວນ​ບັດ​ຂອງ​ຕົວ​ແທນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​​ຄັ້ງ​ສຸດ​ທ້າຍ, ພາຍ​ໃຕ້​ການ​ຕິດຕາມ​ກວດກາ​ຂອງ​ທ່ານ​ຮອງ​ປະທານາທິບໍດີ Joe Biden. ປະທານາທິບໍດີ​ຜູ້​ຫາ​ກໍ່​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ Donald​ Trump ​ແລະ ທ່ານ​ຮອງ​ປະທານາທິບໍດີ Mike Pence ​ຈະ​ສາບານ​ຕົວ​ຮັບ​ດຳລົງ​ຕຳ​ແໜ່​ງ​ຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 20/1/2017.

 

ຂ່າວ/ບົດ​ອື່ນ