ບັນດາຕາແສງຢູ່ແຄມເຂດປູຊະນີຍະສະຖານວິຫານຮຸ່ງ ກະກຽມຕ້ອນຮັບພິທີແຫ່ວໍ

ບັນດາຕາແສງຢູ່ແຄມເຂດປູຊະນີຍະສະຖານວິຫານຮຸ່ງ ກະກຽມຕ້ອນຮັບພິທີແຫ່ວໍ  - ảnh 1
(ພາບປະກອບ)
(vovworld) –  ​ໃນ​ຂອບ​ເຂດ​ງານ​ບູນ​ໄຫ​ວ້ບູຊາ​ເຈົ້າ​ຊີວິດ​ຮຸ່ງ ທີ່​ພວມ​ດຳ​ເນີນ​ໄປ​ຢູ່​ເຂດ ປູຊະນີຍະ​ສະຖານ​ວິຫານ​ຮຸ່ງ, ​ແຂວງ​ຟຸ​໋ເຖາະ. ຕອນ​ເຊົ້າ​ວັນ​ທີ 17/04, ຢູ່​ບັນດາ​ຕາ​ແສງ ແຄມ​ເຂດ​ປູຊະນີຍະ​ສະຖານ​ວິຫານ​ຮຸ່ງ, ​ແຂວງ​ຟຸ໋​ເຖາະ ​ແມ່ນ​ຕາ​ແສງ ຮີ​ເກືອ​ງ, ຈູ​ຮ໋ວາ, ຮຸ່ງ​ໂລ, ຕຽນ​ກຽນ, ເວີນ​ຟຸ໋, ​ເທດສະບານ​ເມືອງ​ຮຸ່ງ​ເຊີນ ​ໄດ້​ຈັດ​ຕັ້ງ​ພິທີ​ແຫ່​ວໍ​ຂຶ້ນ​ວິຫານ​ເທື້ອງ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ພົ້ນ​ເດັ່ນ​ທີ່​ສຳຄັນ​ໃນ​ໂອກາດໄຫ​ວ້ບູຊາ​ເຈົ້າ​ຊີວິດ​ຮຸ່ງ. ​​ເຂົ້າ​ຮ່ວມ​ພິທີ​ບູຊາ​ລວມມີ; ​​ເຈົ້າຂອງ​ພິທີບູຊາ,  ຜູ້​ມີ​ຖານະ​ຕຳ​ແໜ່​ງ, ຜູ້​ເຖົ້າ​ຜູ້​ແກ່ ພ້ອມ​ກັບ​ລຸ້ນຄົນ​ຕ່າງໆ​ຂອງ​ຊາວບ້ານ, ບັນດາ​ນາງ​ສາວ​ໃນ​ຊຸດ​ເຊື້ອ​ຍາວ​ທີ​່ເປັນ​ມູນ​ເຊື້ອ​​ໄດ້ຖະຫວາ​ຍ​ທູບ​ທຽນ, ດອກ​ໄມ້, ​ເຄື່ອງ​ຂອງບູຊາ​ຄື ​ເຂົ້າ​ຕົ້ມ, ​ເຂົ້າ​​ໜົມໄຢ່, ບັນດາ​ຜະລິດ​ຕະພັນ​ຂອງ​ທ້ອງ​ຖິ່ນ ​ໂດຍປະຊາຊົນ​ອອກ​ແຮງ​ງານ ​ແລະ ທັງ​ປະຊາ​ຄົມ​ປະດິດ​ຂຶ້ນ. ​ການ​ເຄື່ອນ​ໄຫວ​​ແຕ່ລະ​ຢ່າງ​ໃນ​ພິທີ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ລ້ວນ​ແຕ່​ແມ່ນ​ການ​ຮ່ວມ​​ແຮງ​ຮ່ວມ​ໃຈ​ຂອງ​ປະຊາຊົນ​ທຸກ​ຄົນ, ​ສະ​​ແດງ​​ໃຫ້​ເຫັນລັກສະນະ​ປະຊາ​ຄົມ​ໃນ​ການ​​ເຫຼື້ອມ​ໄສເຊື່ອ​ຖື​ຢ່າງ​ຈະ​ແຈ້ງ. ນີ້​ກໍ​ແມ່ນ​ຈຸດທີ່​ເປັນ​​ເອກະລັກ​ພິ​ເສດ​ຂອງ​ມໍ​ລະ​ດົກ​ວັດທະນະທຳ​ເຫຼື້ອມ​​​ໄສວິຫານ​ຮຸ່ງ ​ເພື່ອສືບທອດ​ໃຫ້ລຸ້ນລູກ​ລຸ້ນຫຼານ ​ແລະ ​ແມ່ນ​ຈຸດ​ໝາຍ​ເຊິ່ງ​ແຂວງ​ຟຸ​໋ເຖາະ ພວມ​ປະຕິບັດ​ການ​ອະນຸລັກຮັກສາ​ມໍ​ລິ​ດົກ​ພາຍຫຼັງໄດ້​ຮັບ​ການ​ເຊີດ​ຊູ.
ຂ່າວ/ບົດ​ອື່ນ