ບັນ​ດາ​ທ້ອງ​ຖິ​່ນ ຜັນ​ຂະ​ຫຍາຍ ວິ​ທີ​ການ​ປ້ອງ​ກັນ, ຕ້ານ​ພາ​ຍຸ Yagi

(VOVWORLD) -  ຕອນບ່າຍວັນທີ 7 ກັນຍາ, ພາຍຸອາດຈະພັດເຂົ້າເຂດພາກເໜືອ ແຕ່ແຂວງ ກ໋ວາງນິງຈົນຮອດແທັງຮວາ. ບັນດານັກຊ່ຽວຊານຄາດຄະເນວ່າ ເຂດອ່າວພາກເໜືອຈະປະສົບກັບໄພພິບັດທຳມະຊາດລະດັບ 4, ມີຄວາມສ່ຽງສູງ.
ບັນ​ດາ​ທ້ອງ​ຖິ​່ນ ຜັນ​ຂະ​ຫຍາຍ ວິ​ທີ​ການ​ປ້ອງ​ກັນ, ຕ້ານ​ພາ​ຍຸ Yagi - ảnh 1 ພະແນກສາທາລະນະສຸກ ບັນດາທ້ອງຖິ່ນ ໄດ້ຮຽກຮ້ອງບັນດາຫົວໜ່ວຍຮັກສາພະນັກງານຍາມສຸກເສີນ 24ຊົ່ວໂມງ (ພາບ: VGP/HM)

ພາຍຸ Yagi ພວມພັດເຂົ້າເຂດພາກເໜືອ ຫວຽດນາມ ດ້ວຍລະດັບລົມແຮງທີ່ສຸດ. ຕາມສູນພະຍາກອນ ອຸຕິນິຍົມອຸທົກກະສາດ ແຫ່ງຊາດ , ຄາດວ່າໃນຕອນເຊົ້າວັນທີ 7 ກັນຍາ, ພາຍຸຈະພັດເຂົ້າເຂດອ່າວພາກເໜືອ, ຫ່າງຈາກແຂວງກ໋ວາງນິງ ປະມານ 150 ກີໂລແມັດ ໄປທາງທິດຕາເວັນອອກສ່ຽງໃຕ້. ກຳລັງລົມແຮງແຕ່ລະດັບ 13 – 14, ຂຶ້ນເຖິງ 17. ຕອນບ່າຍວັນທີ 7 ກັນຍາ, ພາຍຸອາດຈະພັດເຂົ້າເຂດພາກເໜືອ ແຕ່ແຂວງ ກ໋ວາງນິງຈົນຮອດແທັງຮວາ. ບັນດານັກຊ່ຽວຊານຄາດຄະເນວ່າ ເຂດອ່າວພາກເໜືອຈະປະສົບກັບໄພພິບັດທຳມະຊາດລະດັບ 4, ມີຄວາມສ່ຽງສູງ.

ເພື່ອຮັບມືກັບການຜັນແປທີ່ສັບສົນຂອງພາຍຸ, ບັນດາແຂວງ, ນະຄອນ ຄາດວ່າ ຈະຖືກຜົນສະທ້ອນຈາກພາຍຸ ໄດ້ເປັນເຈົ້າການຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານພາຍຸ ແລະ ຈຳກັດຜົນເສຍຫາຍກ່ຽວກັບຊີວິດອິນຊີ ແລະ ຊັບສິນຢູ່ລະດັບຕ່ຳທີ່ສຸດ. ບັນດາທ້ອງຖິ່ນແຄມທະເລ ໄດ້ປະຕິບັດຄຳສັ່ງຫ້າມກຳປັ່ນ ແລະ ພາຫະນະຂົນສົ່ງເດີນທະເລແຕ່ຕອນເຊົ້າວັນທີ 6 ກັນຍາ, ພ້ອມທັງສຳຫຼວດກວດຄືນ, ຜັນຂະຫຍາຍວຽກງານຮັບປະກັນຄວາມປອດໄພໃຫ້ແກ່ບັນດາການເຄື່ອນໄຫວຢູ່ທະເລ, ໝູ່ເກາະ, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ, ກຳປັ່ນ, ພາຫະນະເດີນທາງຢູ່ທະເລ ແລະ ບ່ອນຫຼີກພາຍຸ.

ພະແນກສາທາລະນະສຸກ ບັນດາທ້ອງຖິ່ນ ໄດ້ຮຽກຮ້ອງບັນດາຫົວໜ່ວຍຮັກສາພະນັກງານຍາມສຸກເສີນ 24 ຊົ່ວໂມງ, ກຽມພ້ອມວັດຖຸອຸປະກອນເພື່ອປິ່ນປົວໃຫ້ແກ່ຜູ້ປະສົບເຄາະຮ້າຍໂດຍເຫດຝົນຕົກ, ພາຍຸກໍ່ຂຶ້ນ.

        ເພື່ອເປັນເຈົ້າການໃນການປ້ອງກັນ, ຕ້ານພາຍຸເລກ 3, ທະຫານປ້ອງກັນຊາຍແດນແຂວງ ກວາງນິງ ໄດ້ຈັດສົ່ງພາຫະນະ 100 ຄັ້ງ, ພະນັກງານ, ນັກຮົບເກືອບ 400 ຄົນ ສົມທົບກັບອຳນາດການປົກຄອງທ້ອງຖິ່ນແຈ້ງຂ່າວກ່ຽວກັບທິດທາງໄປຂອງພາຍຸ ແລະ ໜູນຊ່ວຍປະຊາຊົນມັດເຮືອຢູ່ເຂດປອດໄພ, ກ່ອນເວລາ 16 ໂມງຂອງວັນທີ 06 ກັນຍາ, ປະຕິບັດສຳເລັດການຍົກຍ້າຍປະຊາຊົນຢູ່ບັນດາເຂດອັນຕະລາຍໄປເຂດປອດໄພ.

        ເພື່ອຮັບມືກັບພາຍຸ Yaghi, ຫົວໜ້າກົມຊົນລະປະມານ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຫາກໍ່ອອກໂທລະເລກສະເໜີໃຫ້ບັນດາແຂວງ, ນະຄອນທາງພາກເໜືອ ແລະ ແທັງຮວາ ຮັບປະກັນກິດຈະກຳຊົນລະປະທານ, ສະເໜີການປ້ອງກັນສະພາບຖ້ຳຖ້ວມ.

        ຢູ່ແຂວງ ທາຍບິ່ງ, ທາງແຂວງໄດ້ປະຕິບັດການຫ້າມອອກສູ່ທະເລແຕ່ 5 ໂມງ ຂອງວັນທີ 06 ກັນຍາ, ມານະພະຍາຍາມຜັນຂະຫຍາຍຫຼາຍມາດຕະການຮີບດ່ວນ, ຮອດເວລາ 18 ໂມງວັນດຽວກັນໄດ້ສຳເລັດການຍົກຍ້າຍປະຊາຊົນຈາກເຂດມີຄວາມສ່ຽງປະສົບອັນຕະລາຍສູງໄປເຂດປອດໄພ.

        ແລະກໍ່ໃນວັນດຽວກັນ, ຕໍ່ໜ້າສະພາບທີ່ພາຍຸ Yagi ສົ່ງຜົນສະທ້ອນໂດຍກົງເຖິງນະຄອນຫຼວງ ຮ່າໂນ້ຍ, ທ່ານນາງເລຂາຄະນະພັກນະຄອນ ຮ່າໂນ້ຍ ບຸຍທິມິງຮ່ວາ ໄດ້ປະກາດໂທລະເລກດ່ວນກ່ຽວກັບການຮັບມືກັບພາຍຸລູກໃຫຍ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ