ບັນດາທ້ອງຖິ່ນ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານ ສິນລາວົງ ຄຸດໄພທູນ ເລຂາຄະນະພັກນະຄອນ, ເຈົ້າຄອງນະຄອນຫລວງ ວຽງຈັນ, ລາວ, ວັນທີ 21 ມັງກອນ, ຄະນະຜູ້ແທນຂັ້ນສູງນະຄອນ ໂຮ່ຈີມິນ ໂດຍທ່ານ ຫງວຽນທ້ຽນເຍີນ ເລຂາຄະນະພັກນະຄອນ ໂຮ່ຈີມິນ ນຳໜ້າ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ.

ຕອນບ່າຍວັນທີ 22 ມັງກອນ, ຄະນະຜູ້ແທນຂັ້ນສູງນະຄອນ ໂຮ່ຈີມິນ ເຈລະຈາກັບຄະນະຜູ້ແທນຂັ້ນສູງນະຄອນຫລວງ ວຽງຈັນ. ພາຍຫລັງການພົບປະເຈລະຈາ ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳສ້າງຕັ້ງສາຍພົວພັນມິດຕະພາບການຮ່ວມມືລະຫວ່າງເມືອງ 5 (ນະຄອນ ໂຮ່ຈີມິນ) ແລະ ເມືອງ ສີໂຄດຕະບອງ (ວຽງຈັນ) ແລະ ບົດບັນທຶກຊ່ວຍຈຳສ້າງຕັ້ງສາຍພົວພັນມິດຕະພາບການຮ່ວມມືລະຫວ່າງຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ແລະ ຄະນະຊາວໜຸ່ມນະຄອນຫລວງ ວຽງຈັນ. ຄະນະຜູ້ແທນຂັ້ນສູງນະຄອນ ໂຮ່ຈີມິນ ກໍ່ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ສະມາຄົມຊາວ ຫວຽດນາມ ອາໄສຢູ່ ລາວ.

        ວັນທີ 23 ມັງກອນ, ຄະນະຈະເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ, ນາຍົກລັດຖະມົນຕີ ລາວ ຕາມພິທີການທູດ ແລະ ເຂົ້າຮ່ວມບາງການເຄື່ອນໄຫວອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ