ບັນດາທ້ອງຖິ່ນຂອງ ຫວຽດນາມ ສືບຕໍ່ໂຄສະນາພາບພົດຢູ່ ອາເມລິກາ

(VOVWORLD) - ຄະນະຜູ້ແທນ ຫວຽດນາມ ໄດ້ມີການພົບປະແລກປ່ຽນຄວາມເຫັນກັບທ່ານ Edwin Lee, ເຈົ້າຄອງນະຄອນ San Francisco ທີ່ສຳນັກງານປົກຄອງ San Francisco ແລະ ໄປຢ້ຽມຢາມສຳນັກງານບໍລິຫານລັດ California ຢູ່ San Francisco ແລະ ພົບປະແລກປ່ຽນຄວາມເຫັນກັບທ່ານ Ken Alex, ຜູ້ຊ່ວຍວຽກຜູ້ວ່າການລັດ. 

ບັນດາທ້ອງຖິ່ນຂອງ ຫວຽດນາມ ສືບຕໍ່ໂຄສະນາພາບພົດຢູ່ ອາເມລິກາ - ảnh 1

ຄະນະໄດ້ມອບຂອງຂວັນທີ່ລະນຶກໃຫ້ເຈົ້າຄອງນະຄອນ San Francisco Edwin Lee

(ພາບ:  Đoàn Hùng-Thanh Tuấn/Vietnam+)

ໃນລະຫວ່າງວັນທີ 13 -14 ກໍລະກົດ, ຄະນະການນຳບັນດາທ້ອງຖິ່ນຂອງ ຫວຽດນາມ ເຊິ່ງລວມມີບັນດາແຂວງ: ກວາງຈິ້, ດົ່ງນາຍ, ລອງອານ ແລະ ບ່າເຣ້ຍ ຫວູງເຕົ່າ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ San Francisco, ປະເທດ ອາເມລິກາ ໃນຂອບເຂດ ລາຍການໂຄສະນາທ້ອງຖິ່ນ ຫວຽດນາມ (VPR USA -2017) ໂດຍສະຖານກົງສູນໃຫຍ່ ຫວຽດນາມ ຢູ່ San Francisco ແລະ ກະຊວງການຕ່າງປະເທດ ສົມທົບກັນຈັດຕັ້ງ.

        ຄະນະຜູ້ແທນ ຫວຽດນາມ ໄດ້ມີການພົບປະແລກປ່ຽນຄວາມເຫັນກັບທ່ານ Edwin Lee, ເຈົ້າຄອງນະຄອນ San Francisco ທີ່ສຳນັກງານປົກຄອງ San Francisco ແລະ ໄປຢ້ຽມຢາມສຳນັກງານບໍລິຫານລັດ California ຢູ່ San Francisco ແລະ ພົບປະແລກປ່ຽນຄວາມເຫັນກັບທ່ານ Ken Alex, ຜູ້ຊ່ວຍວຽກຜູ້ວ່າການລັດ. ທ່ານ ໂຮ່ຊວນເຊີນ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ San Francisco ໄດ້ເຂົ້າຮ່ວມການເຮັດວຽກຄັ້ງຕ່າງໆຂອງຄະນະ. ຕາງໜ້າໃຫ້ຄະນະຜູ້ແທນ ຫວຽດນາມ, ທ່ານ ຫງວຽນວັນຮູ່ງ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ກວາງຈິ້ ຢືນຢັນວ່າ: ສູນກາງ, ລັດຖະບານ ຫວຽດນາມ ສ້າງທຸກເງື່ອນໄຂສະດວກໃຫ້ບັນດາທ້ອງຖິ່ນ, ວິສາຫະກິດ 2 ປະເທດເພີ່ມທະວີການພົວພັນຮ່ວມມື. ພ້ອມກັນນັ້ນ ບັນດາທ້ອງຖິ່ນຂອງ ຫວຽດນາມ ກໍ່ສະໜັບສະໜູນແຜນນະໂຍບາຍຖືກຕ້ອງຂອງລັດຖະບານຢ່າງແຮງ ແລະ ນັບມື້ນັບເປັນເຈົ້າການໃນການເຊື່ອມຕໍ່, ຊຸກຍູ້ບັນດາໂຄງການຮ່ວມມື ຫວຽດນາມ - ອາເມລິກາ. ທ່ານ Ken Alex, ຜູ້ຊ່ວຍວຽກ ຜູ້ວ່າການລັດ ແລະ ທ່ານ Edwin Lee ເຈົ້າຄອງນະຄອນ San Francisco ລ້ວນແຕ່ຢືນຢັນຖືເປັນສຳຄັນການຊຸກຍູ້ການພົວພັນຄູ່ຮ່ວມມືກັບ ຫວຽດນາມ ຜ່ານການຮ່ວມມືໃນຫຼາຍຂົງເຂດລະອຽດກັບບັນດາທ້ອງຖິ່ນຂອງ ຫວຽດນາມ. ຄະນະຜູ້ແທນ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມການໂອ້ລົມສົນທະນາໂຕະມົນກັບປະຊາຄົມວິສາຫະກິດເຂດ ອ່າວ San Francisco ດ້ວຍຫົວຂໍ້ “ເຊື່ອມຕໍ່ເຂດອ່າວ San Francisco ແລະ ຫວຽດນາມ” ທ່ານຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ San Francisco ຈັດຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ