ບັນດາທ້ອງ​ຖິ່ນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວທີ່​ມີ​ຄວາມໝາຍຫຼາຍຢ່າງ ​ເນື່ອ​ງ​ໃນ​ໂອກາດ​ວັນ​ແມ່ຍິງ​ສາກົນ

(VOVWORLD) -ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະພັນແມ່ຍິງຫວຽດນາມ ຄົບຮອບ 90 ປີ (1930 – 2020) ແລະ ວັນແມ່ຍິງສາກົນ       ທີ 8 ມີນາ ຄົບຮອບ 110 ປີ (8/3/1910 – 8/3/2020), ວັນທີ 5 ມີນາ, ບັນດາທ້ອງຖິ່ນຂອງຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ.
ບັນດາທ້ອງ​ຖິ່ນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວທີ່​ມີ​ຄວາມໝາຍຫຼາຍຢ່າງ ​ເນື່ອ​ງ​ໃນ​ໂອກາດ​ວັນ​ແມ່ຍິງ​ສາກົນ - ảnh 1ນັບແຕ່ວັນທີ 6 ຫາ ວັນທີ 8 ມີນາ, ຢູ່ຕາມສະຖານທີ່ປູຊະນີຍະສະຖານເຫວ້, ຖ້າແມ່ຍິງພາຍໃນ ແລະ ຕ່າງປະເທດ ນຸ່ງຊຸດເສື້ອຍາວໄປຢ້ຽມຢາມບັນດາສະຖານທີ່ຕ່າງໆ ຈະໄດ້ເຂົ້າຊົມໂດຍບໍ່ເສຍເງິນຊື້ປີ້ (ພາບ: moitruong.net.vn)

        ຢູ່ແຂວງລອງອານ, ການນໍາ ສະຫະພັນແມ່ຍິງຫວຽດນາມ ແຂວງ ລອງອານ ພ້ອມກັບສະຫະພັນແມ່ຍິງຂັ້ນຕ່າງໆ ໄດ້ຈັດຕັ້ງຄະນະໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ພະນັກງານຂອງສະຫະພັນແມ່ຍິງອາຍຸການຕ່າງໆ, ຢ້ຽມຢາມແມ່ຍິງ ຜູ້ເປັນພະຍາດໜັກ, ເດັກນ້ອຍເຈັບປ່ວຍ ແລະ ປະສົບກັບຄວາມຫຍຸ້ງຍາກເປັນພິເສດ.

        ສ່ວນຢູ່ແຂວງເທື່ອທຽນເຫວ້, ທ່ານ ຟານງອັກເທາະ - ປະທານຄະນະກໍາມະການປະຊາຊົນແຂວງເທື່ອທຽນເຫວ້ ຫາກໍອອກໜັງສືທາງລັດຖະການ ໂດຍໄດ້ຮຽກຮ້ອງໃຫ້ ສູນອະນຸລັກຮັກສາມໍລະດົກກຸງເກົ່າເຫວ້ ຍົກເວ້ັນຄ່າຊື້ປີ້ເຂົ້າຢ້ຽມຊົມເຂດປູຊະນີຍະສະຖານມໍລະດົກກຸງເກົ່າເຫວ້ ສໍາລັບ ແມ່ຍິງໃນທົ່ວປະເທດ ແລະ ສາກົນ ເມື່ອເຂົາເຈົ້ານຸ່ງຊຸດຍາວປະຈໍາຊາດຂອງຫວຽດນາມ. ຕາມນັ້ນແລ້ວ, ນັບແຕ່ວັນທີ 6 ຫາ ວັນທີ 8 ມີນາ, ຢູ່ຕາມສະຖານທີ່ປູຊະນີຍະສະຖານເຫວ້, ຖ້າແມ່ຍິງພາຍໃນ ແລະ ຕ່າງປະເທດ ນຸ່ງຊຸດເສື້ອຍາວໄປຢ້ຽມຢາມບັນດາສະຖານທີ່ຕ່າງໆ ຈະໄດ້ເຂົ້າຊົມໂດຍບໍ່ເສຍເງິນຊື້ປີ້.


ຕອບກັບ

ຂ່າວ/ບົດ​ອື່ນ