ບັນດາທ້ອງຖິ່ນຈັດຕັ້ງວັນກາບກອນຫວຽດນາມ2016

 ບັນດາທ້ອງຖິ່ນຈັດຕັ້ງວັນກາບກອນຫວຽດນາມ2016 - ảnh 1
ວັນ​ກາບກອນ​ຫວຽດ​ນາມ ຈັດ​ຂຶ້ນ​ຢູ່ ວັນ​ມຽວກວກ​ຕື​ຢາມ
ພາບ:congly.com

(vovworld)- ວັນ​ທີ 21/2 ຢູ່ ຫໍ​ພິ​ພິ​ດ​ທະ​ພັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຫວຽດ​ນາມ, ນະ​ຄອນ ທາຍງວຽນ, ສະ​ມາ​ຄົມ​ວັນ​ນະ​ຄະ​ດີ​ສິ​ລະ​ປະ ແຂວງ ທາຍງວຽນ ໄດ້​ຈັດ​ຕັ້ງ​ງານ​ບຸນ​ກາບກອນ ທາຍງວຽນ 2016 ດ້ວຍ​ຫົວ​ຂໍ້ “ຄວາມ​ມຸ່ງ​ຫວັງ​ລະ​ດູ​ບານ​ໃຫມ່”, ໄດ​້​ດຶງ​ດູດ​ນັກ​ສິ​ລະ​ປີນ ແລະ ຜູ້​ນິ​ຍົມ​ກາບກອນ​ຢູ່ ທາຍງວຽນ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ທີ່​ງານ​ບຸນ ກໍ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຫລາຍ​ຢ່າງ. ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່ ຫໍ​ພິ​ພິດ​ທະ​ພັນ​ສັງ​ລວມ ແຂວງ ກວ໋າງ​ ຫງາຍ, ສະ​ມາ​ຄົ​ມ​ວັນ​ນະ​ຄະ​ດີ​ສິ​ລະ​ປະ ແຂວງ ກໍ​ໄດ້​ຈັດ​ຕັ້ງ​ວັນ​ກາບກອນ​ຫວຽດ​ນາມ ປີ 2016 ດ້ວຍ​ຫົ​ວ​ຂ​ໍ້ “ພັກ​ນຳ​ເອົາ​ລະ​ດູ​ບານ​ໃຫມ່​ມາ​ໃຫ້​ພວກ​ເຮົາ”. ສະ​ມາ​ຄົມ​ວັນ​ນະ​ຄະ​ດີ​ສິ​ລະ​ປະ​ແຂວງ ບັກ​ຢາງ ກໍ​ໄດ້​ຈັດ​ຕັ້ງ​ວັນ​ກາບກອນ​ຫວຽດ​ນາມ ຄັ້ງ​ທີ XIV -ລະ​ດູ​ບານ​ໃຫມ່​ປີ​ວອກ 2016 ແລະ ມອບ​ລາງວັນ​ວັນ​ນະ​ຄະ​ດີ​ສິ​ລະ​ປະ ຊົງ​ເທືອງ ຄັ້ງ​ທີ III, ໄລ​ຍະ 2008-2014.

ຂ່າວ/ບົດ​ອື່ນ