ບັນ​ດາ​ທ້ອງ​ຖິ່ນ​ຈັດ​ຕັ້ງຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງວັນ​ຄອບ​ຄົວ ຫວຽດ​ນາມ

(VOVWORLD) - ບັ້ນໂຄສະນາໄດ້ດຳເນີນນັບແຕ່ເດືອນມິຖຸນາ ຫາເດືອນທັນວາ ປີ 2023 ເພື່ອແນໃສ່ໂຄສະນາເຜີຍແຜ່ກ່ຽວກັບບົດບາດ ແລະ ຄຸ່ນຄ່າຂອງການສ້າງຄອບຄົວທີ່ມີຄວາມສຸກ.
ບັນ​ດາ​ທ້ອງ​ຖິ່ນ​ຈັດ​ຕັ້ງຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງວັນ​ຄອບ​ຄົວ ຫວຽດ​ນາມ - ảnh 1ການຖະແຫຼງຂ່າວກ່ຽວກັບບັ້ນໂຄສະນາ (ພາບ: sggp.org.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 22 ປີແຫ່ງວັນຄອບຄົວ ຫວຽດນາມ (28/06/2001 - 28/06/2023) ຢູ່ຮ່າໂນ້ຍ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ສົມທົບກັບບັນດາໜ່ວຍງານຈັດຕັ້ງ ບັ້ນໂຄສະນາກໍ່ສ້າງຄອບຄົວໜຸ່ມມີຄວາມຜາສຸກປີ 2023 ດ້ວຍຫົວຂໍ້ “ການແບ່ງປັນເພື່ອຄວາມຮັກແພງ”. ບັ້ນໂຄສະນາໄດ້ດຳເນີນນັບແຕ່ເດືອນມິຖຸນາ ຫາເດືອນທັນວາ ປີ 2023 ເພື່ອແນໃສ່ໂຄສະນາເຜີຍແຜ່ກ່ຽວກັບບົດບາດ ແລະ ຄຸ່ນຄ່າຂອງການສ້າງຄອບຄົວທີ່ມີຄວາມສຸກ, ອີ່ມໜຳສຳລານ, ຄວາມກ້າວໜ້າຕໍ່ການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ. ອ້າຍ ຫງວຽນຮຶວຕູ້, ຮອງຫົວໜ້າຄະນະເຕົ້າໂຮມຊາວໜຸ່ມ ສູນກາງຄະນະຊາວໜຸ່ມ ໃຫ້ຮູ້ວ່າ:

ຫົວຂໍ້ “ແບ່ງປັນເພື່ອຄວາມຮັກແພງ”ໄດ້ຮັບການຄັດເລືອກ ດ້ວຍຄວາມຫວັງການເຊື່ອມຕໍ່, ການແບ່ງປັນໃນຄອບຄົວ ພ້ອມກັບບັນດາປັດໄຈສຳຄັນທີ່ສຸດແມ່ນ: ຄວາມຮັກແພງ ຍາມໃດກໍ່ໄດ້ຮັກສາ, ເພີ່ມພູນຄູນສ້າງຈາກບັນດາຄອບຄົວໜຸ່ມ, ສະມາຊິກ, ຊ່າວໜຸ່ມແຕ່ລະຄົນ ຈະມີສະຕິກ່ວາອີກໃນການຕັ້ງໜ້າສ້າງຄອບຄົວໃຫ້ອີ່ມໜຳສຳລານ, ສົມບູນພູມສຸກ, ມີຄວາມສະເໝີພາບ, ກ້າວໜ້າ, ສິວິໄລ, ເສີມຂະຫຍາຍບັນດາຄຸນຄ່າຮີບຄອງປະເພນີ ອັນດີງາມຂອງຄອບຄົວຫວຽດນາມ.

ແລະກໍ່ໃນວັນດຽວກັນ, ຢູ່ແຂວງ ໄທງວຽນ, ອົງການກຳມະບານລັດຖະກອນແຂວງ ໄດ້ຈັດພິທີຍ້ອງຍໍຊົມເຊີຍ 45 ຄອບຄົວ, ພະນັກງານ, ລັດຖະກອນດີເດັ່ນໃນໄລຍະ 2018 – 2023. ນີ້ແມ່ນບັນດາຄອບຄົວແກ່ນສານດີເດັ່ນ, ທັງປະຕິບັດໜ້າທີ່ວຽກງານສັງຄົມເປັນຢ່າງດີ, ທັງເຮັດທຸລະກິດເກັ່ງ ແລະ ລ້ຽງດູສິດສອນລູກເຕົ້າໃຫ້ເປັນລູກຄຳຮູ້, ກະຕັນຍູ, ຮຽນເກັ່ງ ແລະ ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ