ບັນດາທ້ອງຖິ່ນຕອບສະຫນອງເດືອນເຄື່ອນໄຫວເພື່ອເດັກນ້ອຍ

ບັນດາທ້ອງຖິ່ນຕອບສະຫນອງເດືອນເຄື່ອນໄຫວເພື່ອເດັກນ້ອຍ - ảnh 1
ພາບປະກອບ:internet


(vovworld)-ວັນ​ທີ 27/5, ກອງທຶນ​ປົກ​ປ້ອງເດັກນ້ອຍ ສັງກັດ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ໄດ້​ຈັດ​ພິທີ​ມອບ​ທຸ່ນ​ກູ້​ຊີບ 1000 ຄູ່ ລວມມູນ​ຄ່າ 180 ລ້ານ​ດົງ ​ໃຫ້​ແກ່ນັກຮຽນ​ປະຖົມ ຢູ່​ທ້ອງ​ຖິ່ນ​ຈຳນວນ​ຫນຶ່ງ​ຂຶ້ນ​ກັບ​ແຂວງ ກາວ​ບັ່ງ ທີ່ມີ​ຫ້ວຍ​ນ້ຳ​ລຳ​ເຊ​ຫລາຍ​ລຳ ​ແລະ ​ໃນຍາ​ມຝົນ​ເຄີ​ຍ​ຖືກ​​ໄພ​ນ້ຳ​ຖ້ວມ​ ກໍ່​ຄວາມ​ອັນຕະລາຍ​ຕໍ່​​ເດັກ.

​ໃນ​ວັນ​ດຽວ​ກັນ, ພະ​ແນ​ກ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ນະຄອນ ​ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ພິທີ​ປຸກລະດົມ​ເດືອນ​ເຄື່ອນ​ໄຫວ​ເພື່ອ​ເດັກນ້ອຍ ພ້ອມທັງ​ຮຽກຮ້ອງ​ບັນດາ​ອົງການຈັດ​ຕັ້ງ, ປະຊາ​ຄົມ​ໃນ​ສັງຄົມ ຮ່ວມ​ແຮງ​ຮ່ວມ​ໃຈ​ເຂົ້າ​ຮ່ວມ​ປົກ​ປ້ອງ, ຊ່ວຍ​ເຫລືອ ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອໃຫ້​​ພວກ​ນ້ອງ​ ​​​ເຕີບ​ໃຫຍ່​ຢ່າ​ງຮອບດ້ານ, ກາຍ​ເປັນ​ບັນດາ​ພົນລະ​ເມືອງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ອະນາຄົດ​ຂອງ​ປະ​ເທດ​ຊາດ.

ສ່ວນ​​ແຂວງ ບ່າ​ເຣ້ຍ ຫວູງ​ເຕົາ ກໍ​ໄດ້​ຈັດ​ຕັ້ງ​ເດືອນ​ເຄື່ອນ​ໄຫວ​ເພື່ອ​ເດັກນ້ອຍ ປີ 2014, ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ມອບ​ຂອງຂວັນ, ມອບ​ທຶນ​ສຶກສາ, ມອບ​ລົດ​ຖີບ​ໃຫ້​ແກ່​ເດັກ​ທຸກ​ຍາກ, ​ເດັກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພິ​ເສດ, ຫນູນ​ຊ່ວຍ​ຜ່າຕັດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ເດັກ​ຖືກ​ຕິດພະຍາດ​ໝາກ​ຫົວ​ໃຈ​ມາ​ແຕ່​ເກີດ ​ແລະ ​ເດັກ​ຖືກ​ປາກ​ແວ່ງ, ​ແນະນຳ​ໃຫ້​ບັນດາ​ຄອບຄົວ ​ແລະ ​ເດັກນ້ອຍ​ກ່ຽວ​ກັບ​ທັກ​ສະ​ໃນ​ການ​ດຳລົງ​ຊີວິດ​​ໃຫ້​ປອງ​ດອງ, ທັກ​ສະ​ປົກ​ປ້ອງ​ເດັກ, ບໍ່​ໃຊ້​ຄວາມ​ຮຸນ​ແຮງ, ທາລຸນ​ເດັກ​ໂດ​ຍບໍ່​ວ່າ​ຮູບ​ການ​ໃດ.

ຕອບກັບ

ຂ່າວ/ບົດ​ອື່ນ