ບັນດາທ້ອງຖິ່ນທາງພາກເໜືອເປັນເຈົ້າການຮັບມືກັບຜົນຮ້າຍຈາກພາຍຸ ມັງຄຸດ

(VOVWORLD) - ຢູ່ແຂວງ ທ໋າຍບິ່ງ, ສິ່ງທີ່ເປັນໜ້າວິຕົກວັງວົນທີ່ສຸດນັ້ນແມ່ນ ເນື້ອທີ່ນາ 80.000 ເຮັກຕາ ອາດຈະຖືກຜົນເສຍຫາຍຍ້ອນສະພາບຝົນຕົກໜັກ

ຕໍ່ໜ້າການຜັນແປທີ່ສັບສົນຈາກຜົນສະທ້ອນຂອງພາຍຸ ມັງຄຸດ, ຄະນະຊີ້ນຳການປ້ອງກັນ, ຕ້ານໄພພິບັດທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບແຂວງ ເງະອານ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ, ອົງການ, ຫົວໜ່ວຍຜັນຂະຫຍາຍບັນດາວິທີການຮັບມືກັບຜົນສະທ້ອນຈາກພາຍຸ, ຮັບປະກັນຄວາມປອດໄພໃຫ້ແກ່ຊີວິດອິນຊີ, ຊັບສິນຂອງປະຊາຊົນ. ພັນໂທ ໂຮ່ກວຽດຖັ໋ງ, ຮອງຫົວໜ້າເສນາທິການທະຫານປ້ອງກັນຊາຍແດນແຂວງ ເງະອານ, ໃຫ້ຮູ້ວ່າ:

        “ປະຈຸບັນ, ພວກຂ້າພະເຈົ້າໄດ້ຜັນຂະຫຍາຍບັນດາກົມກອງປ້ອງກັນຊາຍແດນເຂດທະເລ ແລະ ເປັນເສນາທິການໃຫ້ຄະນະພັກທ້ອງຖິ່ນ ເພື່ອສົມທົບບັນດາທ້ອງຖິ່ນກ່ຽວຂ້ອງອື່ນໆ, ດຳເນີນການຮັກສາບັນດາພາຫະນະນອນໃນເປົ້າໝາຍຕ້ອງໄດ້ຮັບປະກັນ. ພິເສດ, ບໍ່ປະໃຫ້ຊາວປະມົງ ແລະ ປະຊາຊົນຫຼົບຕົວຢູ່ໃນເຮືອນ, ບ່ອນລ້ຽງປາຢູ່ແຄມທະເລ ແລະ ບັນດາເຂດຕ່າງໆທີ່ອາດຈະກໍ່ໃຫ້ເກີດຄວາມເສຍຫາຍຍ້ອນຜົນສະທ້ອນຈາກພາຍຸ ມັງຄຸດ ໄດ້ຫລຸດຄວາມແຮງລົງເປັນຄວາມດັນອາກາດຕ່ຳ.”

        ຢູ່ແຂວງ ທ໋າຍບິ່ງ, ສິ່ງທີ່ເປັນໜ້າວິຕົກວັງວົນທີ່ສຸດນັ້ນແມ່ນ ເນື້ອທີ່ນາ 80.000 ເຮັກຕາ ອາດຈະຖືກຜົນເສຍຫາຍຍ້ອນສະພາບຝົນຕົກໜັກ. ເພື່ອເປັນເຈົ້າການຮັບມືກັບໄພອັນຕະລາຍນີ້, ຈະແໜງກະສິກຳແຂວງ ທ໋າຍບິ່ງ ກຽມພ້ອມບັນດາວິທີການຕ້ານນ້ຳແກ່ງ, ນ້ຳຖ້ວມ, ປ້ອງກັນເນື້ອທີ່ນາຕົ້ນເຂົ້າ ແລະ ຜັກພືດຕ່າງໆ.

        ອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນຕ່າງໆຄື: ຫາຍຟ່ອງ, ກ໋ວາງນິງ, ແທງຮ໋ວາ, ຮ່ວາບິ່ງ… ກໍ່ມີຫຼາຍວິທີການຕ້ານນ້ຳແກ່ງ, ປົກປັກຮັກສາຄັນຄູ, ຜັກພືດ, ເຂດລ້ຽງປູກສິນໃນນ້ຳ…

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ