ບັນດາທອ້ງຖິ່ນຢູ່ຫວຽດນາມຈັດຕັ້ງພິທີຕ້ອນຮັບແຂກທ່ອງທ່ຽວຄົນທຳອິດ


ບັນດາທອ້ງຖິ່ນຢູ່ຫວຽດນາມຈັດຕັ້ງພິທີຕ້ອນຮັບແຂກທ່ອງທ່ຽວຄົນທຳອິດ - ảnh 1
ການ​ນຳ​ນະ​ຄອນ​ຮ່າ​ໂນ້ຍມອບດອກ​ໄມ້ ແລະ ເຄື່ອງ​ທີ່​ລະ​ນຶກ​ໃຫ້​ແກ່
​ແຂກທ່ອງ​ທ່ຽວ​ຜູ້​ທຳ​ອິດ​ເຂົ້າ​ມາ​ຢ້ຽມ​ຢາມ​ຮ່າ​ໂນ້ຍ​ໃນ​ປີ 2016

(vovworld)- ຕອນ​ເຊົ້າ​ວັນ​ທີ 1/1/2016, ພະ​ແນກ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ການ​ຕ້ອນ​ຮັບ​ແຂກທ່ອງ​ທ່ຽວ​ຜູ້​ທຳ​ອິດ​ເຂົ້າ​ມາ​ຢ້ຽມ​ຢາມ​ຮ່າ​ໂນ້ຍ​ໃນ​ປີ 2016. ແຂກທ່ອງ​ທ່ຽວ​ຜູ້​ທຳ​ອິດ​ເຂົ້າ​ມາ​ຢ້ຽມ​ຢາມ​ຮ່າ​ໂນ້ຍ​ໃນ​ປີ 2016 ແມ່ນ ຄູ່​ຜົວ​ເມຍ​ທ່ານ Buisson Bernard ຖື​ສັນ​ຊາດ​ຝະ​ລັ່ງ . ຄູ່​ຜົວ​ເມຍ​ທ່ານ Buisson Bernard ໄດ້​ຂີ່​ເຮືອ​ບິນ​ມາ​ຮອດ​ສະ​ໜາມ​ບິນ​ສາ​ກົນ​ໂນ້ຍ​ບາຍ ເວ​ລາ 6ໂມງ 5 ນາ​ທີ ຂອງວັນ​ທີ 1/1/2016.

      ແລະ ກໍ​ໃນ​ຕອນ​ເຊົ້າວັນ​ທີ 1/1/2016, ຢູ່​ສະ​ໜາມ​ບິນ​ສາ​ກົນ ເຕີນ​ເຊີນ​ເຍິດ ທີ່​ນະ​ຄອນ​ໂຮ່​ຈິ​ມິນ. ກໍ​ໄດ້​ຈັດ​ພິ​ທີຕ້ອນ​ຮັບ​ຄະ​ນະ​ນັກທ່ອງ​ທ່ຽວ​ທຳ​ອິດ​ເຂົ້າ​ມາ​ຢ້ຽມ​ຢາມ​ນະ​ຄອນ ​ໃນ​ປີ 2016. ​ພິ​ທີຕ້ອນ​ຮັບ​ຄະ​ນະ​ນັກທ່ອງ​ທ່ຽວ​ທຳ​ອິດ​ເຂົ້າ​ມາ​ຢ້ຽມ​ຢາມ​ນະ​ຄອນໂຮ່​ຈິ​ມິນ ແມ່ນ​ເຫດ​ການ​ເປີດ​ສາກ​ໃຫ້​ແກ່​ບັນ​ດາ​ເຫດ​ການ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ​ຂອງ​ນະ​ຄອນ. ທ່ານ ລ້າ​ກ໋ວກ​ແຄ້ງ ຮອງ​ຫົວ​ໜ້າ​ພະ​ແນກ​ທ່ອງ​ທ່ຽວ ນະ​ຄອນໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ : ກວ່າ 10 ປີ​ມານີ້, ຂະ​ແໜງ​ທ່ອງ​ທ່ຽວ ນະ​ຄອນໂຮ່​ຈິ​ມິນ ໄດ້​ຈັດ​ຕັ້ງ ພິ​ທີຕ້ອນ​ຮັບ​ນັກທ່ອງ​ທ່ຽວ​ທຳ​ອິດ​ເຂົ້າ​ມາ​ຢ້ຽມ​ຢາມ​ນະ​ຄອນໃນ​ມື້​ຕົ້ນ​ປີ. ເຫດ​ການນີ້ ເປັນ​ການ​ສະ​ແດງ​ຄວາມ​ສະ​ໜິດ​ສະ​ໜົມ, ຮັກ​ແພງ​ແຂກ, ສ້າງ​ຄວາມ​ດູດ​ດື່ມ ແລະ ອຸ່ນ​ອຽນ​ໃຈ​ໃຫ້​ແຂກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ”

ຂ່າວ/ບົດ​ອື່ນ