ບັນດາທ້ອງຖິ່ນຢູ່ຫວຽດນາມອາໄລຫາພົນເອກຫວໍ້ງວຽນຢາບ

 ບັນດາທ້ອງຖິ່ນຢູ່ຫວຽດນາມອາໄລຫາພົນເອກຫວໍ້ງວຽນຢາບ - ảnh 1
ປະຊາຊົນແຂວງກາເມົາ ໄຫວ້ອາໄລພົນເອກ
ພາບ:internet

(vovworld)- ວັນ​ທີ 11/10, ຢູ່​ຫລາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງ​ໆ​ເພື່ອ​ອາ​ໄລ​ຫາ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ. ຢູ່ ​ແຂວງ​ດ້ຽນບຽນ, ​ໃນ​ເວລາ​ເກືອບ​ອາທິດ​ຫນຶ່ງ, ມື້​ໃດ ປະຊາຊົນ​ບັນດາ​ເຜົ່າ​ຢູ່​ແຂວງ​ດ້ຽນບຽນ ກໍ​ມາ​ຖະຫວາຍ​ທູບ​ທຽນ​ຢູ່​ແທ່ນ​ບູຊາ​ພົນ​ເອກ​ທີ່​ຖືກ​ຕັ້ງ​ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ ​ແລະ ສຳນັກ​ບັນຊາ​ບັ້ນ​ຮົບ​ດ້ຽນບຽນ​ຝູ ຢູ່​ເມືອງ​ຟັງ ​ເທິ​ງ​ໂນ​ນພູ E2 ດ້ວຍ​ຈິດ​ໃຈ​​ເຄົາລົບ​ນັບຖື. ທ່ານ ຕາວ​ວັນ​ຄືນ, ປະທານ​ສະມາຄົມ​ນັກຮົບ​ເກົ່າ ​ແຂວງ ດ້ຽນບຽນ ​ເວົ້າ​ວ່າ:

        “ຂ້າພະ​ເຈົ້າ​ຮູ້ສຶກ​ໂສກ​ເສຍດາຍ​ທີ່​ສຸດ​ເມື່ອ​ອ້າຍ​ກົກ​ຜູ້ທີ່​ບອກສອນ​​ໃຫ້ພວກ​ຂ້າພະ​ເຈົ້າ​ກາຍ​ເປັນ​ບັນດາ​ນາຍ​ທະຫານ​ຊື່​ງ​ໄດ້​ຮັບ​ການ​ເຊີດຊູ​ຈາກ​ພັກ ​ແລະ ປະຊາຊົນ​​ໃນ​ວັນ​ນີ້​ໄດ້​ຈາກ​ໄປ​ບໍ່​ມີ​ວັນ​ກັບ​ຄືນ.”

        ​ໃນ​ຊຸມ​ມື້​ນີ້, ຢູ່​ຫໍພິພິດທະພັນ​ໄຊຊະນະ​ດ້ຽນບຽນ​ຝູ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ເຂົ້າ​ຢ້ຽມ​ຊົມ​ບັນດາ​ວັດຖຸ​ພັນ, ຮູບ​ພາບ​ຂອງ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ​ໃນ​ບັ້ນ​ຮົບ​ຊຸມ​ປີ​ກ່ອນ​ນີ້.

        ສ່ວນ​ຢູ່​ແຂວງ ທາຍ​ງວຽນ, ຕອນ​ເຊົ້າ​ວັນ​ທີ 12/10, ​ໄດ້​ໄຂ​ງານ​ວາງສະ​ແດງ​ຮູບ​ພາບ​ກ່ຽວ​ກັບ ພົນ​ເອກ​ຫວໍ​ງວຽນ​ຢາ​ບ ກັບ​ທາ​ຍງວຽນ - ບັກ ທີ່​ງານ​ວາງສະ​ແດງ ມີ​ຮູບ​ພາບ​ເອກະສານ 120 ​ແຜ່ນ​ໄດ້​ວາດ​ພາບ​ເຖິງ ພົນ​ເອກ​ຫວໍ​ງວຽນ​ຢາ​ບ, ລູກສິດ​ດີ​ເດ່ັນ​ຂອງ​ປະທານ​ໂຮ່ຈິ​ມີນ​ໃນ​ຊຸມ​ວັນ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ເຂດ​ສະຫນາມຮົບ​ຫວຽດບັກ ​ແລະ ​ເຂດ​ປອດ​ໄພ ດີ້​ງຮວາ ທາຍ​ງວຽນ ​ໃນ​ໄລຍະ​ຕໍ່ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ(1946-1954) ພ້ອມ​ກັບ​ບັນດາ​ຮູບ​ພາບ​ເມື່ອ ພົນ​ເອກ​ຫວໍ​ງວຽນ​ຢາ​ບ ກັບ​ເມືອ​ຢ້ຽມຢາມ​ແຂວງ ທາຍ​ງວຽນ ພາຍຫລັງ​ປະ​ເທດ​ຊາດ​ໄດ້​ຮັບ​ສັນຕິພາບ.

ຢຸ່​ແຂວງ ບັກ​ນິງ, ຫໍ​ສະມຸດ​ແຂວງ​ໄດ້​ຈັດ​ງານວາງ​ສະ​ແດງ​ເອກະສານ​ພາຍ​ໃຕ້​ຫົວ​ເລື​່ອງວ່າ: ຫວໍ​ງວຽນ​ຢາ​ບ ພົນ​ເອກ​ຂອງ​ປະຊາຊົນ”, ​ໃນ​ນັ້ນ ​ແນະນຳ​ປື້​ມ 100 ຫົວ​ທີ່​ຂຽນ​ກ່ຽວ​ກັບ​ຊີວິດ, ພາລະກິດ​ຂອງ​ ພົນ​ເອກ ຫວໍ​ງວຽນ​ຢາ​ບ ພ້ອມ​ກັບ​ຫນັງສືພິມ​ຮ້ອຍ​ສະບັບ​ທີ່​ລົງ​ພິມ​ຂ່າວ, ບົດ, ຮູບ​ພາບ​ກ່ຽວ​ກັບ​ພົນ​ເອກ​ ຫວໍ​ງວຽນ​ຢາ​ບ.

        ຄະນະ​ຊາວ​ຫນຸ່ມ​ນະຄອນ ຫາຍ​ຟ່ອງ ​ໄດ້​ຈັດ​ຕັ້ງ​ເວທີ​ປາ​ໄສ“ພົນ​ເອກ ຫວໍ​ງວຽນ​ຢາ​ບ ​ໃນ​ດວງ​ໃຈ​ຂອງ​ໄວ​ຫນຸ່ມ​ຫາຍ​ຟ່ອງ”.

​ໃນ​ວັນ​ທີ 11/10, ທີ່​ຫໍ​ປະຊຸມ​ຄະນະ​ພັກ​​ແຂວງ ຮ່າ​ຕີ້​ງ, ການ​ນຳ​ຄະນະ​ພັກ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ພ້ອມ​ກັບ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ທ້ອງ​ຖິ່ນ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ ອາ​ໄລ​ຫາ​ນາຍ​ພົນ​ຜູ້​ປີ​ຊາ​ສາມາດ​ຂອງ​ປະ​ເທດ​ຊາດ.

ສ່ວນ​ສະມາຄົມ​ນັກຮົບ​ເກົ່າ​ແຂວງ ກວ໋າງຈີ້ ​ໄດ້​ຕັ້ງ​ແທ່ນ​ບູຊາ​ເພື່ອ​ໃຫ້​ບັນດາ​ນັກຮົບ​ເກົ່າ ​ແລະ ປະຊາຊົນ​ໃນ​ແຂວງ ມາ​ຖະຫວາຍ​ທູບ​ທຽນ, ອາ​ໄລ​ຫາ​ ພົນ​ເອກ ຫວໍ​ງວຽນ​ຢາ​ບ.


ຂ່າວ/ບົດ​ອື່ນ