ບັນດາທ້ອງຖິ່ນຢູ່ຫວຽດນາມເພີ່ມທະວີການປ້ອງກັນ ຄວບຄຸມເຊື້ອພະຍາດ Covid 19

(VOVWORLD) -ແຂວງ ກວ໋າງຈິ: ປ້ອງກັນ ແລະຄວບຄຸມລຽບຕາມເສັ້ນຊາຍແດນ

ແຂວງ ກວ໋າງຈິ ມີເສັ້ນຊາຍແດນຕິດຈອດກັບປະເທດເພື່ອນບ້ານ ລາວ ມີລວງຍາວເກືອບ 180 ກິໂລແມັດ ດ້ວຍ 2 ດ່ານຊາຍແດນສາກົນ ແລະດ່ານຊາຍແດນສຳຮອງຫລາຍດ່ານ. ທ່ານໝໍ ຫງວຽນເກື່ອງ ຮອງຫົວຫນ້າ ສູນກວດກາຄວບຄຸມໂລກພະຍາດ ແຂວງ ກວ໋າງຈິ ໃຫ້ຮູ້ວ່າ: ທາງແຂວງ ກໍ່ໄດ້ສ້າງຕັ້ງບັນດາບ່ອນແຍກຕົວຢູ່ບັນດາດ່ານຊາຍແດນ ເມື່ອກວດພົບຜູ້ສົງໄສຕິດເຊື້ອ Covid 19.

ບັນດາທ້ອງຖິ່ນຢູ່ຫວຽດນາມເພີ່ມທະວີການປ້ອງກັນ ຄວບຄຸມເຊື້ອພະຍາດ Covid 19 - ảnh 1 (ພາບປະກອບ: VGP)

ພວກຂ້າພະເຈົ້າ ສົມທົບກັບບັນດາກຳລັງມີຫນ້າທີ່ຮັບຜິດຊອບຢູ່ ດ່ານຊາຍແດນ ເພື່ອຕິດຕາມກວດກາຜູ້ໂດຍສານທຸກຄົນກ່ອນທີ່ເຂົ້າເມືອງ ເປັນຕົ້ນແມ່ນຜູ້ທີ່ຖືກສົງໄສວ່າເດີນທາງມາຈາກເຂດເກີດໂລກລະບາດ”

ນອກນັ້ນ ແຂວງ ກວ໋າງຈິ ກໍ່ໄດ້ອັດປະຕູດ່ານຊາຍແດນສຳຮອງຈຳນວນຫນຶ່ງ, ເພີ່ມທະວີການກວດກາຄົນໄປມາຕາມຊາຍແດນ, ຈັດຕັ້ງການໂຄສະນາ, ແຈກຢາຍຜ້າອັດປາກ ແລະ ສະບູລ້າງມື ໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍຢູ່ລຽບຕາມຊາຍແດນ ພ້ອມທັງແນະນຳໃຫ້ພໍ່ແມ່ພີ່ນ້ອງວິທີປ້ອງກັນຄວບຄຸມເຊື້ອພະຍາດ.

ກວ໋າງນີງ: ປ້ອງກັນ ແລະຄວບຄຸມເຊື້ອພະຍາດ Covid 19 ດ້ວຍຈິດໃຈສູງສຸດ

ທ້ອງຖິ່ນຕ່າງໆຢູ່ ແຂວງກວ໋າງນີງ ພວມສືບຕໍ່ຜັນຂະຫຍາຍບັນດາວິທີການ ແລະມາດຕະການຮີບດ່ວນເພື່ອປ້ອງກັນ ຄວບຄຸມເຊື້ອພະຍາດ Covid 19 ຢູ່ໃນລະດັບສູງສຸດ. ທ່ານ ຫງວຽນຈ້ອງຢຽນ ຫົວຫນ້າພະແນກສາທາລະນະສຸກ ແຂວງໃຫ້ຮູ້ວ່າ:

“ປະຈຸບັນພວກຂ້າພະເຈົ້າປະຕິບັດບັນດາການກຳນົດ, ການແນະນຳຈາກກະຊວງສາທາລະນະສຸກຢ່າງເຂັ້ມງວດ ນັ້ນແມ່ນ ຕິດຕາມກວດກາ, ແຍກຕົວຊົ່ວຄາວ ແລະເອົາຕົວຢ່າງໄປວິໄຈ. ທາງແຂວງກໍ່ໄດ້ລົງທຶນກະກຽມອຸປະກອນການແພດເພື່ອປິ່ນປົວໃຫ້ຄົນເຈັບ. ນອກນັ້ນ ສົມທົບກັບບັນດາທ້ອງຖິ່ນ ກວດກາ ກຳແຫນ້ນຂໍ້ມູນຂ່າວກ່ຽວກັບພົນລະເມືອງ ໄປແລະມາຈາກເຂດເກີດໂລກລະບາດເພື່ອສົມທົບກັບຂະແຫນງສາທາລະນະສຸກ, ຂະແຫນງທ່ອງທ່ຽວ ວາງບັນດາມາດຕະການແຍກຕົວ.”

ນະຄອນໂຮ່ຈີມິນ ແຍກຕົວ ຜູ້ທີ່ເດີນທາງມາຈາກ ອີຣານ ແລະ ອີຕາລີ

ພະແນກສາທາລະນະສຸກນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ນອກຈາກແຍກຕົວ ຊາວ ສເກົາຫລີ ແລະ ຜູ້ທີ່ເດີນທາງຜ່ານເຂດເກີດໂລກລະບາດຂອງ ສເກົາຫລີ ແລ້ວ, ນັບແຕ່ເວລາ 0 ໂມງຂອງ ວັນທີ 1 ມີນາ ນະຄອນ ຈະປະຕິບັດການແຍກຕົວຜູ້ທີ່ເດີນທາງມາຈາກ ອີຣານ ແລະອີຕາລີ. ຢູ່ ສະຫນາມບິນ ເຕີນເຊີນເຍີດ ແຕ່ວັນທີ 23- 27 ກຸມພາ ມີ 4.674 ຄົນ ເດີນທາງມາຈາກ ສເກົາຫລີ, ໃນນັ້ນ 50%ແມ່ນ ຊາວ ສເກົາຫລີ, ປະມານ 1.800 ຄົນ ແມ່ນຊາວຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ