ບັນດາທ້ອງຖິ່ນລົງອວຍພອນຊາວຄຼິດເນື່ອງໃນໂອກາດບຸນ ຄຣິດສມາດ ປີ 2013

    ບັນດາທ້ອງຖິ່ນລົງອວຍພອນຊາວຄຼິດເນື່ອງໃນໂອກາດບຸນ ຄຣິດສມາດ ປີ 2013 - ảnh 1
(ພາບປະກອບ)

(vovworld)- ​ໃນ​ລະຫວ່າງ​ວັນ​ທີ 20-22/12, ການນຳຄະນະພັກ, ຄະນະ​ກຳມະການ​ປະຊາຊົນ​, ຄະນະ​ກຳມະການ​ແນວໂຮມປະເທດຊາດແຂວງ ຟູ້ອຽນ​ໄດ້​ລົງຢ້ຽມຢາມ, ອວຍພອນ​ບັນດາອົງການ, ຜູ້ມີຍົດສັກຕຳແໜ່ງ ໃນສາສະໜາຄຼິດ ແລະ ​ສາສະໜາ​ໂປ​ແຕັກ​ຕັງໃນທົ່ວແຂວງເນື່ອງໃນ​ໂອກາດ​ບຸນ ຄຣິດສມາດ ປີ 2013. ການນຳແຂວງຟູ້ອຽນຢືນຢັນວ່າ ອົງຕະນະພັກ ແລະ ອຳນາດການປົກຄອງແຂວງ ຍາມໃດ ກໍສ້າງ ທຸກເງື່ອນໄຂ, ອຳນວຍຄວາມ ສະດວກໃຫ້ແກ່ສາສະໜາຕ່າງໆເຄື່ອນໄຫວທາງສາສະໜາ ກໍຄືເຂົ້າຮ່ວມ ການ ພັດທະນາເສດຖະກິດສົງຄົມ, ປະກອບສ່ວນ​ຢ່າງໃຫຍ່​ຫຼວງ​ເຂົ້າ​ໃນ​ພາກ​ລະ​ກິດ​ພັດທະນາ​ລວມຂອງ​​ແຂວງ. ຄຸນ​ພໍ່ ຫງວຽນ​ຮຸຍດຽບ ປະທານຄະນະ​ກຳມະການ​ສາມັກຄີ​ຊາວ​ຄິຼດຟູ້ອຽນ​ໃຫ້​ຮູ້​ວ່າ ຈະ​ສືບ​ຕໍ່​ຂົນ​ຂວາ​ຍບັນດາອົງການ, ຜູ້ມີຍົດສັກ ຕຳແໜ່ງ ໃນສາສະໜາຄຼິດ ແລະ ​ສາສະໜາ​ໂປ​ແຕັກ​ຕັງ ຈົ່ງ​ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ, ສ້າງສາ​ສະໜາ ​ແລະ ການ​ດຳລົງ​ຊີວິດ​ຢ່າງ​ດີງາມ.

  ​ແລະ ກໍ​ເນື່ອງໃນ​ໂອກາດ​ບຸນ ຄຣິດສມາດ ປີ 2013, ຜູ້ຕາງໜ້າ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້, ການນຳຄະນະພັກ, ຄະນະ​ກຳມະການ​ປະຊາຊົນ​, ຄະນະ​ກຳມະການ​ແນວໂຮມປະເທດຊາດຫວຽດນາມ​ແຂວງ ອານ​ຢາງ ​ໄດ້​ລົງຢ້ຽມຢາມ, ອວຍພອນຢູ່​ບັນດາ ສຳນັກ​ສັງ​ຄະລາດ​, ​ໂບດ,  ຜູ້ມີຍົດສັກຕຳແໜ່ງ ໃນສາສະໜາຄຼິດ ແລະ ​ສາສະໜາ​ໂປ​ແຕັກ​ຕັງ ​ໃນ​ແຂວງ​ອານ​ຢາງ ​ແລະ ​ເມືອງ​ທົດ​ນົດ ​ແຂວງ ​ເກີນ​ເທີ.

ຂ່າວ/ບົດ​ອື່ນ