ບັນດາທ້ອງຖິ່ນສືບຕໍ່ຄວບຄຸມການແຜ່ລະບາດຂອງໂລກລະບາດ ໂຄວິດ-19 ຢ່າງເຄັ່ງຄັດ

(VOVWORLD) - ຕອນບ່າຍວັນທີ 20 ເມສາ, ທີ່ກອງປະຊຸມຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19 ນະຄອນ ຮ່າໂນ້ຍ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນດຶກຈູງ ໃຫ້ຮູ້ວ່າ: ພ້ອມກັບນະຄອນ ໂຮ່ຈີມິນ, ຮ່າໂນ້ຍ ໄດ້ສະເໜີລັດຖະບານ ຫລຸດຜ່ອນການແຍກຫ່າງໃນສັງຄົມພາຍຫລັງວັນທີ 22 ເມສາ.

 ທ່ານ ຫງວຽນດຶກຈູງ ເນັ້ນໜັກວ່າ: ເພື່ອສະກັດກັ້ນຄວາມສ່ຽງຕິດແປດ ພວກເຮົາຄວນແກ່ຍາວໄລຍະເວລາແຍກຕົວຢູ່ຄອບຄົວແຕ່ 14 – 30 ວັນສຳລັບຜູ້ຕິດເຊື້ອ ໂຄວິດ-19 ທີ່ໄດ້ປິ່ນປົວຫາຍດີແລ້ວ ແລະ ຜູ້ໄດ້ປະຕິບັດໝົດໄລຍະເວລາແຍກຕົວລວມໝູ່.

ບັນດາທ້ອງຖິ່ນສືບຕໍ່ຄວບຄຸມການແຜ່ລະບາດຂອງໂລກລະບາດ ໂຄວິດ-19 ຢ່າງເຄັ່ງຄັດ - ảnh 1ພາບປະກອບ / TTXVN

        ທີ່ແຂວງ ບັກຢາງ, ທ່ານ ເລແອງເຢືອງ ຮອງປະທານຄະນະກຳມະການປະຊາຊົນແຂວງ ບັກຢາງ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ທາງແຂວງ ຈະສືບຕໍ່ເອົາໃຈໃສ່ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19 ໃຫ້ເປັນຢ່າງດີ; ຄວບຄຸມການແຜ່ລະບາດຢ່າງເຄັ່ງຄັດ. ແຂວງ ຈະສືບຕໍ່ຍູ້ໄວຄວາມຄືບໜ້າການວິໄຈໄວຣັດ SARS-CoV-2 ສຳລັບກໍລະນີໃດທີ່ມີຄວາມສ່ຽງຕິດແປດສູງ.

        ຕອນຄ່ຳວັນທີ 20 ເມສາ, ແຂວງ ບັກນິງ ໃຫ້ຮູ້ວ່າ: ໄດ້ຮັບເອົາ ແລະ ປະຕິບັດການແຍກຕົວສຳລັບນັກຊ່ຽວຊານ, ແຮງງານເຕັກນິກຊາວຕ່າງປະເທດ 71 ຄົນ ທີ່ມາເຮັດວຽກຢູ່ບໍລິສັດ Funing Precision Component ຫວຽດນາມ ຈຳກັດ.

ຕອບກັບ

ຂ່າວ/ບົດ​ອື່ນ