ບັນດາທ້ອງຖິ່ນສືບຕໍ່ຫນູນຊ່ວຍພາກກາງແກ້ໄຂຜົນຮ້າຍຢ່ອນຫລັງຈາກພາຍຸWutip.

ບັນດາທ້ອງຖິ່ນສືບຕໍ່ຫນູນຊ່ວຍພາກກາງແກ້ໄຂຜົນຮ້າຍຢ່ອນຫລັງຈາກພາຍຸWutip. - ảnh 1
ຊ່ວຍ​ເຫລືອ​ປະຊາຊົນ​ພາກ​ກາງຫວຽດນາມ ​ແກ້​ໄຂ​
ຜົນ​ຮ້າຍ​ຈາກ​ພາຍຸ Wutip
ພາບ:internet


(vovworld)- ຄະນະ​ກຳມະການ​ປະຊາຊົນ​ແຂວງ ກາ​ເມົາ ​ໄດ້​ສະຫງວນ​ງົບປະມານ​ກວ່າ 500 ລ້ານ​ດົງ ​ເພື່ອ​ຊ່ວຍ​ເຫລືອ​ປະຊາຊົນ​ພາກ​ກາງຫວຽດນາມ ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ພາຍຸ Wutip ​ກໍ່​ຂຶ້ນ​ຫວ່າງ​ມາ. ວັນ​ທີ 5/10, ຄະນະ​ຊາວ​ຫນຸ່ມ​ແຂວງ ກວ໋າງຈີ້ ສົມທົບ​ກັບ​ຫນັງສືພິມ​ຕວຍ​ແຈ໋(​ໄວ​ຫນຸ່ມ) ​ແລະ ຫນັງສື​ພີ​ມ ​ແທງນຽນ(ຊາວ​ຫນຸ່ມ) ​ໄດ້​ລົງ​ຢື້​ຢາມ​ຖາມ​ຂ່າວ, ລະດົມ​ກຳລັງ​ໃຈ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ບັນດາ​ຄອບຄົວ​ຖືກ​ຜົນ​ສະທ້ອນ​ຢ່າງ​ຫນັກ​ຫນ່ວງຈາກ​ພາຍຸ. ຂອງ​ຂວັນ 125 ພູດ ​ລວມມີ​ມູນ​ຄ່າ 155 ລ້ານ​ດົງ ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ເມືອງ ຢໍ​ລີງ ​ແລະ ຫວີງ​ລີງ. ສະມາຊິກ​ຄະນະ​ຊາວ​ຫນຸ່ມ​ໃນ​ແຂວງ ພ້ອມ​ກັບ​ປະຊາຊົນ ຈັດ​ຕັ້ງ​ການ​ເຮັດອະນາ​ໄມ​ສິ່ງ​ແວດ​ລ້ອມ, ຊ່ວຍ​ປະຊາຊົນ​ສ້ອມ​ແປງ​ເຮືອນ​ຢູ່.

ຂ່າວ/ບົດ​ອື່ນ