ບັນ​ດາ​ທ້ອງ​ຖິ່ນ​ຮັບ​ມື​ກັບ ພາ​ຍຸ Molave

(VOVWORLD) - ເພື່ອຮັບມືກັບພາຍຸດັ່ງກ່າວ, ຕອນເຊົ້າວັນທີ 28 ຕຸລາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ສະເໜີວ່າ ປະຊາຊົນຈົ່ງອຸ່ນອ່ຽນໃຈເພື່ອຍົກຍ້າຍໄປຍັງບ່ອນທີ່ປອດໄພ, ບໍ່ກັບເມືອເຮືອນຕາມລຳພັງໃຈ ເມື່ອຍັງເກີດພາຍຸຢ່າງເດັດຂາດ. 
ບັນ​ດາ​ທ້ອງ​ຖິ່ນ​ຮັບ​ມື​ກັບ ພາ​ຍຸ Molave - ảnh 1 ກອງປະຊຸມເທື່ອທີ 3 ຂອງ ຄະນະຊີ້ນຳແນວໜ້າກ່ຽວກັບການຮັບມືກັບພາຍຸ Molave ເຊິ່ງຖືກຈັດຂຶ້ນຢູ່ນະຄອນ ດ່າໜັງ (ພາບ: baochinhphu.vn)

ຢູ່ບັນດາສະຖານທີ່ຫຼົບພາຍຸ, ທາງທ້ອງຖິ່ນຕ້ອງສະໜອງແຫຼ່ງສະບຽງອາຫານ, ນ້ຳດື່ມໃຫ້ແກ່ປະຊາຊົນຢ່າງຄົບຖ້ວນ. ກ່ອນໜ້ານັ້ນ, ຕອນກາງຄືນວັນທີ 27 ຕຸລາ, ໃນກອງປະຊຸມເທື່ອທີ 3 ຂອງ ຄະນະຊີ້ນຳແນວໜ້າກ່ຽວກັບການຮັບມືກັບພາຍຸ Molave ເຊິ່ງຖືກຈັດຂຶ້ນຢູ່ນະຄອນ ດ່າໜັງ, ທ່ານຮອງນາຍົກລັດຖະມົນຕີ ຈິ່ງດິ່ງຢຸງ ຕັກເຕືອນວ່າ:

        “ຈົ່ງສືບຕໍ່ຮັບປະກັນຄວາມປອດໄພຢູ່ທະເລ. ສຳລັບບັນດາກ່ຳປັ່ນທີ່ຖືກຕັດຂາດການຕິດຕໍ່ພົວພັນນັ້ນ ສະເໜີໃຫ້ກະຊວງຄົມມະນາຄົມ - ຂົນສົ່ງ, ກະຊວງປ້ອງກັນປະເທດ ແລະ ບັນດາອົງການທີ່ກ່ຽວຂ້ອງຕ້ອງຫາທຸກວິທີເພື່ອຕິດຕໍ່ ແລະ ມີວິທີການແກ້ໄຂ, ຮັບມື, ກູ້ໄພກູ້ຊີບ. ທີສອງແມ່ນ ສຸມໃສກວດກາຄືນບັນດາເຂດຫຼົບພາຍຸຂອງປະຊາຊົນ, ຍົກຍ້າຍປະຊາຊົນອອກຈາກສະຖານທີ່ອັນຕະລາຍ ໄປຍັງສະຖານທີ່ທີ່ມີຄວາມປອດໄພກວ່າ.”

        ໃນຂະນະນັ້ນ, ກົມການບິນ ຫວຽດນາມ ຕ້ອງຢຸດຕິຊົ່ວຄາວບັນດາຖ້ຽວບິນທັງໝົດ ຢູ່ ສະໜາມບິນ 5 ແຫ່ງຄື: ຈູລາຍ (ກວ໋າງນາມ), ຝຸກາດ (ບິ່ງດິ້ງ), ດ່າໜັງ, ຕຸຍຮວ່າ (ຝຸອຽນ) ແລະ ບເລກູ (ຢາລາຍ). ເສັ້ນທາງລົດໄພ ເໜືອ - ໃຕ້ ກໍຖືກຢຸດເຄື່ອນໄຫວຊົ່ວຄາວ. ລັດຖະບານ ຫວຽດນາມ ໄດ້ຕົກລົງ ສະໜອງເຂົ້າສານຈຳນວນ 6.500 ໂຕນ ເພີ່ມເຕີມ ຈາກແຫຼ່ງສະບຽງອາຫານສະສົມແຫ່ງຊາດ ເພື່ອໜູນຊ່ວຍປະຊາຊົນທີ່ອຶດຫິວ ຍ້ອນຖືກຜົນກະທົບຈາກຝົນຕົກ, ນ້ຳຖ້ວມ ຢູ່ບັນດາແຂວງ: ກວ໋າງບິ່ງ, ກວ໋າງຈິ, ເທື່ອທຽນເຫວ້, ກວ໋າງນາມ.

ຕອບກັບ

ຂ່າວ/ບົດ​ອື່ນ