ບັນດາທ້ອງຖິ່ນເບິ່ງແຍງດູແລບຸນເຕັດໃຫ້ຄົນທຸກຍາກ, ຊາວຜູ້ອອກແຮງງານ

(VOVWORLD) - ວັນທີ 4 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ກຳມະກອນ, ພາລະກອນ ແລະ ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດອຸດສາຫະກຳ ຊົງເຮົ້າ, ເມືອງ ເຈົາແທ່ງ.
ບັນດາທ້ອງຖິ່ນເບິ່ງແຍງດູແລບຸນເຕັດໃຫ້ຄົນທຸກຍາກ, ຊາວຜູ້ອອກແຮງງານ - ảnh 1

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້  ໄດ້ມອບຂອງຂວັນບຸນເຕັດ ໃຫ້ບັນດາກຳມະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ໄດ້ມອບຂອງຂວັນບຸນເຕັດ 50 ພູດໃຫ້ບັນດາກຳມະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ.

        ຕອນບ່າຍວັນທີ 04 ກຸມພາ, ທີ່ເຂດເຮືອນພັກຂອງກຳມະກອນເຂດອຸດສາຫະກຳ ບັກທັງລອງ, ຮ່າໂນ້ຍ, ຊາວໜຸ່ມ ສະມາຊິກກຳມະບານ ແລະ ກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ 800 ຄົນ ຕາງໜ້າໃຫ້ກຳມະກອນຜູ້ອອກແຮງງານນະຄອນຫລວງ 5000 ຄົນ ເຂົ້າຮ່ວມລາຍການ “ບຸນເຕັດແຫ່ງຄວາມອົບອຸ່ນ 2018” ໂດຍສະຫະພັນແຮງງານ ຮ່າໂນ້ຍ ຈັດຕັ້ງ. ນາງ ຟ້າມທິຍວນ ສັງກັດບໍລິສັດ Matsuo ຫວຽດນາມ ຈຳກັດແບ່ງປັນວ່າ:

        “ເມື່ອໄດ້ຮັບຂອງຂວັນຈາກສະຫະພັນໃຫຍ່ ແລະ ກຳມະບານນະຄອນ ຮ່າໂນ້ຍ ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ສຸດ. ຫວັງວ່າ ປີນີ້ ຕົນເອງຈະໄດ້ຕ້ອນຮັບບຸນເຕັດດ້ວຍຄວາມອົບອຸ່ນ ແລະ ໂຊກດີ. ຂ້າພະເຈົ້າຂອບໃຈສະຫະພັນໃຫຍ່ແຮງງານ ຫວຽດນາມ, ກຳມະບານນະຄອນທີ່ໄດ້ມີຄວາມສົນໃຈເຖິງຊາວຜູ້ອອກແຮງງານເຂດອຸດສາຫະກຳ.

        ເນື່ອງໃນໂອກາດບຸນເຕັດປີຈໍ 2018, ກຳມະບານນະຄອນຫລວງທຸກຂັ້ນ ໄດ້ຫັກເງິນປະມານ 31 ຕື້ດົ່ງ ເພື່ອເບິ່ງແຍງດູແລໃຫ້ກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ