ບັນດາທ້ອງຖິ່ນເອົາຕົວຢ່າງໃນວົງກວ້າງເພື່ອກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19, ເປັນເຈົ້າການສະກັດກັ້ນແຫຼ່ງແຜ່ລະບາດ

(VOVWORLD) -ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທງລອງ ໄດ້ໃສ່ໃຈບັນດາທ້ອງຖິ່ນຕ້ອງເອົາຕົວຢ່າງໃນວົງກວ້າງເພື່ອກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19, ເປັນເຈົ້າການສະກັດກັ້ນແຫຼ່ງແຜ່ລະບາດ
ບັນດາທ້ອງຖິ່ນເອົາຕົວຢ່າງໃນວົງກວ້າງເພື່ອກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19, ເປັນເຈົ້າການສະກັດກັ້ນແຫຼ່ງແຜ່ລະບາດ - ảnh 1ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທງລອງ
(ພາບ: qdnd.vn)

ທີ່ກອງປະຊຸມແລກປ່ຽນວຽກງານທາງອິນເຕີແນັດກັບຄະນະກຳມະການປະຊາຊົນ ແລະ ພະແນກສາທາລະນະສຸກບັນດາແຂວງ, ນະຄອນ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ເຊິ່ງດຳເນີນໃນຕອນເຊົ້າວັນທີ 19 ກຸມພາ, ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທງລອງ ໄດ້ໃສ່ໃຈບັນດາທ້ອງຖິ່ນຕ້ອງເອົາຕົວຢ່າງໃນວົງກວ້າງເພື່ອກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19, ເປັນເຈົ້າການສະກັດກັ້ນແຫຼ່ງແຜ່ລະບາດ, ບໍ່ເດີນຕາມຫຼັງການແຜ່ລະບາດຂອງໂລກລະບາດ.

        ທ່ານລັດຖະມົນຕີ ຫງວຽນແທງລອງ ຊີ້ແຈ້ງວ່າ, ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຍັງແມ່ນໜ້າທີ່ຮີບດ່ວນໃນໄຕມາດທີ 1 ນີ້ ແລະ ຄາດວ່າໂລກລະບາດບໍ່ສາມາດສິ້ນສຸດລົງໃນປີນີ້ໄດ້. ເມື່ອຍົກອອກຕົວຈິງການຕິດແປດຢູ່ເຂດແຍກຕົວລວມພົນລະເມືອງຢູ່ ຫາຍເຢືອງ, ກະຊວງສາທາລະນະສຸກໄດ້ສະເໜີໃຫ້ແຂວງນີ້ ຕ້ອງເພີ່ມທະວີການແຍກຕົວກໍລະນີຖືກສົງໄສຢູ່ເຂດໂດຍກອງທັບຄຸ້ມຄອງ, ພ້ອມແລ້ວທີ່ຈະຮັບມືກັບທຸກລະດັບແຜ່ລະບາດຂອງໂລກລະບາດ. ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ, ເນັ້ນໜັກວ່າ.

        “ເອົາຕົວຢ່າງໃນວົງກວ້າງ, ວິໄຈໄວ, ປິດລ້ອມໃນວົງແຄບເພື່ອຫຼີກລ້ຽງການສົ່ງຜົນກະທົບຕໍ່ປະຊາຊົນ. ບາງເທື່ອການວິໄຈແມ່ນກຸນແຈຂອງການຄວບຄຸມໂລກລະບາດ, ສະກັດກັ້ນແຫຼ່ງແຜ່ລະບາດ. ຖ້າຫາວິໄຈຊ້າແມ່ນເດີນຕາມຫຼັງໂລກລະບາດ, ໂດຍສະເພາະແມ່ນໄວຣັດສາຍພັນໃໝ່ໄດ້ແຜ່ລະບາດຢ່າງໄວທີ່ສຸດ.”

ຕອນບ່າຍວັນດຽວກັນ, ທີ່ກອງປະຊຸມປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ກະຊວງສາທາລະນະສຸກໃຫ້ຮູ້ວ່າ, ວັກຊິນໂຄວິດ-19 ຢູ່ພາຍໃນປະເທດແມ່ນ Nanocovax ຫາກໍ່ສຳເລັດການລົດລອງຊັກໃສ່ຄົນໄລຍະທີ 1 ແລະ ໄລຍະທີ 2 ຈະຫຼຸດເວລາຈາກ 6 ເດືອນລົງເຫຼືອ 3 ເດືອນ, ແຕ່ຍັງຮັບປະກັນຂັ້ນຕອນວິຊາສະເພາະ ແລະ ວິທະຍາສາດເຕັກນິກ.

ຕອບກັບ

ຂ່າວ/ບົດ​ອື່ນ