ບັນດາທ້ອງຖິ່ນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Wipha

(VOVWORLD) -ພາຍຫຼັງພາຍຸ Wipha ພັດເຂົ້າທາງທິດເໜືອແຂວງກ໋ວາງນິງ (ຫວຽດນາມ) ໃນຮຸ່ງເຊົ້າວັນທີ 03 ສິງຫາ, ພາຍຸ Wipha ໄດ້ຫຼຸດຄວາມແຮງລົມເປັນຄວາມດັນອາກາດຕ່ຳ. ວຽກງານຕ້ານນ້ຳຖ້ວມ, ດິນເຊາະເຈື່ອນໄດ້ຮັບການຜັນຂະຫຍາຍຈາກບັນດາທ້ອງຖິ່ນທີ່ຖືກຜົນສະທ້ອນຈາກພາຍຸດັ່ງກ່າວ.

ບັນດາທ້ອງຖິ່ນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Wipha - ảnh 1

ຕົ້ນໄມ້ຫັກ, ລົ້ມ

(ພາບປະກອບ)

ທີ່ກອງປະຊຸມຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ຖືກດຳເນີນໃນຕອນເຊົ້າວັນທີ 03 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ເຈີ່ນກວາງຮ່ວາຍ, ຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນຕິດຕາມສະພາບການຢ່າງໃກ້ຊິດ ເພື່ອສະກັດກັ້ນສະພາບດິນເຊາະເຈື່ອນ ແລະ ນ້ຳຖ້ວມ. ທ່ານ ເຈີ່ນກວາງຮ່ວາຍ, ກ່າວວ່າ.

        “ຜັນຂະຫຍາຍວຽກງານຮັບປະກັນຊີວິດອິນຊີໃຫ້ປະຊາຊົນຢູ່ບັນດາເຂດທີ່ມີໄພເກີດນ້ຳແກ່ງນ້ຳຊຸ ແລະ ດິນເຊາະເຈື່ອນ. ຂະແໜງຄົມະນາຄົມຂົນສົ່ງ ຕ້ອງເພີ່ມທະວີການກວດກາ, ເວນຍາມ ແລະ ຊີ້ນຳໃຫ້ບັນດາທ້ອງຖິ່ນ ຕິດປ້າຍເຕືອນໄພຢ່າງທັນການ ເພື່ອບໍ່ປະໃຫ້ເກີດອຸບັດຕິເຫດ.”

        ຢູ່ແຂວງກວ໋າງນິງ, ແມ່ນແຂວງຖືກພາຍຸພັດເຂົ້າ, ເກີດຝົນຕົກໜັກ, ລົມແຮງຢູ່ເຂດ ມ໊ອງກ໊າຍ, ຫ໋າຍຮ່າ, ບິ່ງລຽວ, ເກິ໋ມຟ໋າ, ຮ້າລອງ. ຝົນຕົກໜັກໄດ້ເຮັດໃຫ້ຕົ້ນໄມ້ຫັກ, ລົ້ມຫຼາຍຕົ້ນມີຫຼາຍກວ່າ 100 ຄອບຄົວຂຶ້ນກັບເມືອງ ຕຽນອຽນ ຖືກຕັດຂາດ…

        ຢູ່ຫາຍຟ່ອງ, ຝົນຕົກໜັກໄດ້ເກີດສະພາບນ້ຳຖ້ວມຢູ່ບັນດາເຂດນອກເມືອງ, ສົ່ງຜົນສະທ້ອນເຖິງຕົ້ນເຂົ້າ ແລະ ຜັກພືດ, ຕົ້ນໄມ້ອື່ນໆເກືອບ 36.000 ເຮັກຕາ…

ຕອບກັບ

ຂ່າວ/ບົດ​ອື່ນ