ບັນດາທ້ອງຖີ່ນໜູນຊ່ວຍຜູ້ທຸກຍາກຕ້ອນຮັບບຸນເຕັດ

ບັນດາທ້ອງຖີ່ນໜູນຊ່ວຍຜູ້ທຸກຍາກຕ້ອນຮັບບຸນເຕັດ - ảnh 1
ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ
(ພາບປະກອບ)


(​vovworld) – ຕອນ​ເຊົ້າ​ວັນ​ທີ 11/1, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວງ​ຟຸກ ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ ​ໃຫ້ບາງ​ຄອບຄົວ​ຢູ່​ບ້ານ ​ເຟືອ​ກອານ, ຕາ​​ແສງ ໂລກຕຽດ​, ​ເມືອງຟູ໋​ໂລກ, ​ແຂວງ​ເທື່ອ​ທຽນ​ເຫ້ວ. ​ເນື່ອງ​​ໃນ​ໂອກາດ​ນີ້, ທ່າ​ນຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ນອນ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ, ຄອບຄົວ​ທຸກ​ຍາກ, ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ບໍລິ​ເວນ​ບ້ານ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 1 ລ້ານ​ດົ່ງ ​ແລະ ມອບ​ເງິນ​ໃຫ້​ບັນດາ​ຄອບຄົວ​ທີ່​ຫຍຸ້ງຍາກ​ມີ​ຜູ້​ຕິດ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ, ຄອບຄົວ​ລະ 40 ລ້ານດົ່ງ​ເພື່ອ​ປຸກ​ສ້າງ​ເຮືອນ​ຢູ່.

    ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດ່າ​ນັ້ງ ຫາ​ກໍ່​ຫາກຈຳນວນ​​ເງິນ​ເກືອ​ບ 20 ຕື້​ດົ່ງ​ເພື່ອຢ້ຽມຢາມ, ມອບ​ຂອງຂວັນ, ໜູນ​ຊ່ວຍ​ໃຫ້​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ​ສັງຄົມ​ໃນ​ໂອກາດ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ມະ​ເມຍ. ​ເນື່ອງ​ໃນ​ໂອກ​າດນີ້, ນະຄອນ​ກໍ່​ໄດ້​ສະໜອງ​​ເຂົ້າສານ​ເກືອບ 1.300 ​ໂຕນ​ເພື່ອ​ໜູນ​ຊ່ວຍ​ບັນ​ດາ​ເປົ້າ​ໝາຍ​​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ສັງຄົມ.

    ​ໃນ​ຕອນ​ຄຳ່​ວັນ​ທີ 10/1, ສະມາຄົມ​ຊາວ​ກະສິກອນ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ລາຍການ “ບຸນ​ເຕັດ​ປະຕິບັດ​ສິ່ງ​ດີງາມ - ​ເພື່ອ​ຊາວ​ກະສິກອນ​ທຸກ​ຍາກ - ລະດູບານ​ໃໝ່​ປີ​ມະ​ເມ​ຍ” ​ເພື່ອ​ຍ້ອງ​ຍໍ​ຊົມ​ເຊີຍບັນດາ​ແບບຢ່າງ, ຄອບຄົວ​ຊາວ​ກະສິກອນ​ທຸກ​ຍາກ, ມີ​ເຈດ​ຈຳນົງ, ພະຍາຍາມ​ບືນ​ຕົວ​ຂຶ້ນ​ໃນ​ຊີວິດ​ການ​ເປັນ​ຢູ່ ​ແລະ ບັນດາ​ວິ​ສາ​ຫະກິດ, ທີ່​ໄດ້ຊ່ວຍ​ເຫຼືອຊາວ​ກະສິກອນ​ໃນ​ການ​ຜະລິ​ດ.

        ກໍ່​ໃນ​ຕອນ​ຄຳ່​ວັນ​ທີ 10/1, ຢູ່​ຫໍ​ວັດທະນະທຳ​ແຮງ​ງານ ​​ເງະ​ອານ, ​ໄດ້​ຈັດ​​ລາຍການ “ບຸນ​ເຕັດ​ເພື່ອ​ຄົນ​ທຸກ​ຍາກ - ປີ​ມະ​ເມຍ 2014”. ປີ​ນີ້, ​ແຂວງ ​ເງະ​ອານ​ເລ້​ຍລາຍ​ເງິນ​ໄດ້ 9 ຕື້​ດົ່ງ​ຈາກ​ການ​ປະກອບສ່ວນ​ຂອງ 119 ສ່ວນ​ບຸກຄົນ, ອົງການ​ຈັດ​ຕັ້ງ​ທັງ​ຢູ່ພາຍ​ໃນ ​​ແລະ ຕ່າງແຂວງ ​ເພື່ອ​ໃຫ້​ຜູ້​ທຸກ​ຍາກ​ໄດ້​ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ອົບ​ອູ່​ນ, ​ເບີກບານ​ມ່ວນ​ຊື່ນ.

ຂ່າວ/ບົດ​ອື່ນ