ບັນດາທະນາຄານຂອງຫວຽດນາມເຂົ້າຮ່ວມກອງປະຊຸມSibos2015

ບັນດາທະນາຄານຂອງຫວຽດນາມເຂົ້າຮ່ວມກອງປະຊຸມSibos2015 - ảnh 1
ກອງປະຊຸມ Sibos 2015
(ພາບ: Storify.com)


(vovworld) – ກອງ​ປະຊຸມ​ການ​ເງິນ​ປະຈຳ​ປີ​ກ່ຽວ​ກັບ​ການຕິດ​ຕໍ່​ພົວພັນ​ທະນາຄານ​ທົ່ວ​ໂລກ Sibos 2015, ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 12/10, ຢູ່​ສິງ​ຄະ​​ໂປ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​​ຜູ້​ແທນ ​ແລະ ນັກ​ປະ​ຖະກະຖາ​ເກືອບ 7.000 ຄົນ​ທີ່​ຈາກ​ທົ່ວທຸກ​​ແຫ່ງ​ໃນ​​ໂລກ. ພະ​ແນກ​ຕິດ​ຕໍ່​ພົວພັນປ່ຽນ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ພ້ອມ​ກັບທະນາຄານ​ການ​ຄ້າ​ຫວຽດນາມ 6 ​ແຫ່ງ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທ່ານ​ນາງ ຫງວຽນ​ທິ​ເຮືອງ, ຮອງ​ຫົວໜ້າ​ພະ​ແນກ​​ຕິດ​ຕໍ່​ພົວພັນ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ໃຫ້ຮູ້​ວ່າ, ນີ້​ແມ່ນ​​ໂອກາດ​ທີ່​ດີເພື່ອ​ໃຫ້​ບັນດາ​ທະນາຄານ​ຫວຽດນາມ ພົບ​ປະ, ​ແລກປ່ຽນ​​ໂດຍ​ກົງ​ກັບ​ບັນດາ​ຄູ່​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ, ​ເປີດ​ກວ້າງ​ການພົວພັນ​ຮ່ວມ​ມື, ສຳ​ພັດ​ກັບ​ບັນດາ​ການ​ບໍລິ​ການ ​ແລະ ຜະລິດ​ຕະພັນ​ໃໝ່​ໃນ​ທົ່ວ​ໂລກ.

      ທີ່ກອງ​ປະຊຸມ Sibos 2015, ​ເຊິ່ງຖືກ​ດຳ​ເນີນ​ໄປ​ເປັນ​ເວລາ 4 ວັນ, ບັນດາ​ຜູ້​ແທນ​ຈະ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ຮ້ອນ​ເຮັ່ງ​ໃນ​ປະຈຸ​ບັນ​ຄື: ພື້ນຖານ​ໂຄງ​ລ່າງ​ຕະຫຼາດ​ການ​ເງິນ, ຄວາມ​ປອ​ດ​ໄພ​ດ້ານ​ເຄືອ​ຂ່າຍອີນ​ເຕີ​ແນັດ, ການ​ນຳ​ໃຊ້​ບັນດາ​ມາດຕະຖານ​ໃໝ່​ໃນ​ການ​​ຕິດ​ຕໍ່​ພົວພັນ​ການ​ເງິນ​ຄື ISO 20022…

ຂ່າວ/ບົດ​ອື່ນ