ບັນ​ດາ​ນັກ​ການ​ທູດ​ສາ​ກົນ ຢັ້ງ​ຢືນ​ບົດ​ບາດ​ຂອ​ງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໃນ​ປະ​ຫວັດ​ສາດ​ຍຸກ​ທັນ​ສ​ະ​ໄໝ ຂອງ ຫວຽດ​ນາມ

(VOVWORLD) - ມີນັກການທູດສາກົນຫຼາຍທ່ານ ເຄີຍມີເວລາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຢູ່ ຫວຽດນາມ ໄດ້ຢັ້ງຢືນວ່າ ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ມີບົດບາດຢ່າງໃຫຍ່ຫຼວງສຳລັບການພັດທະນາ ແລະ ບັນດາຜົນງານຂອງປະເທດ ຫວຽດນາມ ໃນໄລຍະຜ່ານມາ, ທັງວຽກງານພາຍໃນ ແລະ ການພົວພັນຕ່າງປະເທດ.
ບັນ​ດາ​ນັກ​ການ​ທູດ​ສາ​ກົນ ຢັ້ງ​ຢືນ​ບົດ​ບາດ​ຂອ​ງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໃນ​ປະ​ຫວັດ​ສາດ​ຍຸກ​ທັນ​ສ​ະ​ໄໝ ຂອງ ຫວຽດ​ນາມ - ảnh 1ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ໄລຍະ  1999-2004, ທ່ານ Fredesmán Turró González (ພາບ: TTXVN)

ເມື່ອຕີລາຄາກ່ຽວກັບບົດບາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການການຊີ້ນຳນຳພາ ແລະ ປັບປຸງພັກກອມມູນິດ ຫວຽດນາມ ໄລຍະຜ່ານມາ, ທ່ານ Fredesman Turro Gonzalez ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ໄລຍະ 1999 – 2004, ໃຫ້ຂໍ້ສັງເກດກວ່າ ພາຍໃຕ້ການຊີ້ນຳນຳພາຂອງທ່ານເລຂາທິການໃຫຍ່, ພັກກອມມູນິດ ຫວຽດນາມ ໄດ້ນຳພາປະເທດຊາດບັນລຸ ໄດ້ບັນດາຜົນສຳເລັດໃໝ່, ສຳຄັນ ໃນການພັດທະນາເສດຖະກິດສັງຄົມ, ກໍຄືວາງອອກບັນດາເປົ້າໝາຍ, ໜ້າທີ່ໃໝ່ ນຳ ຫວຽດນາມ ກາຍເປັນປະເທດວັດທະນາຖາວອນມີລາຍຮັບປານກາງສູງໃນໄລຍະຈະມາເຖິງ.

ໃນຂະນະນັ້ນ, ທ່ານ John McCarthy, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ໄລຍະ 1981 – 1983, ຖືວ່າ ພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫວຽດນາມ ໄດ້ສະແດງບັນດານະໂຍບາຍພົວພັນຕ່າງປະເທດຢ່າງຄ່ອງແຄ້ວ ແລະ ມີໄຫວພິບ, ສະແດງສະຕິຄວາມຮັບຮູ້ກ່ຽວກັບເອກະລາດ, ເປັນເຈົ້າຕົນເອງຍຸດທະສາດ ຢ່າງແທ້ຈິງ.

ໂດຍມີຂໍ້ສັງເກດອັນດຽວກັນ, ທ່ານນາງ Susan Boyd ເອກອັກຄະລັດຖະທູດ ອົດສະຕາລີ ຢູ່ ຫວຽດນາມ ໄລຍະ 1994 – 1998, ຕີລາຄາວ່າ ໃນຊຸມປີຜ່ານມາ, ພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫວຽດນາມ ໄດ້ເປີດກວ້າງການພົວພັນໃນຫຼາຍຂົງເຂດກັບຫຼາຍປະເທດໃນໂລກ, ຈາກການເມືອງ, ການທູດຕະຫຼອດຮອດການສຶກສາ, ສິລະປະ, ຜ່ານນັ້ນພັດທະນາຢ່າງວ່ອງໄວ, ນຳມາເຊິ່ງຊີວິດການນັບມື້ນັບດີງາມກວ່າໃຫ້ແກ່ປະຊາຊົນ. 

ຕອບກັບ

ຂ່າວ/ບົດ​ອື່ນ