ບັນດານັກຂ່າວ ອາຊຽນ ເຂົ້າຮ່ວມຊຸດຝຶກອົບຮົມ ລັດເຊຍ - ອາຊຽນ

(VOVWORLD) - ຊຸດຝຶກອົບຮົບ “ລັດເຊຍ -  ອາຊຽນ: ຜົນສຳເລັດ, 2 ຫົວຂໍ້, ສິ່ງທ້າທາຍ” ທີ່ແກ່ຍາວເປັນເວລາເດືອນໜຶ່ງຢູ່ນະຄອນຫຼວງ ມົດສະກູຂອງສະຫະພັນລັດເຊຍ
ບັນດານັກຂ່າວ ອາຊຽນ ເຂົ້າຮ່ວມຊຸດຝຶກອົບຮົມ ລັດເຊຍ - ອາຊຽນ - ảnh 1ນັກຂ່າວຈາກບັນດາສຳນັກຂ່າວສານໃຫຍ່ຂອງ ອາຊຽນ ເຂົ້າຮ່ວມຊຸດຝຶກອົບຮົມ
(ພາບ:Nina Zotina/Sputnik)

ວັນທີ 12 ກັນຍາ, ນັກຂ່າວຈາກບັນດາສຳນັກຂ່າວສານໃຫຍ່ຂອງ ອາຊຽນ ຄືຂອງວິທະຍຸກະຈາຍສຽງ ຫວຽດນາມ, ສຳນັກຂ່າວ Antana ຂອງ ອິນໂດເນເຊຍ, ວຽງຈັນ ທາມ ຂອງ ສປປ ລາວ… ໄດ້ເລີ່ມເຂົ້າຮ່ວມຊຸດຝຶກອົບຮົບ “ລັດເຊຍ -  ອາຊຽນ: ຜົນສຳເລັດ, 2 ຫົວຂໍ້, ສິ່ງທ້າທາຍ” ທີ່ແກ່ຍາວເປັນເວລາເດືອນໜຶ່ງຢູ່ນະຄອນຫຼວງ ມົດສະກູຂອງສະຫະພັນລັດເຊຍ. ຊຸດຝຶກອົບຮົມນອນໃນແຜນຮ່າງ SputnikPro ຂອງສຳນັກຂ່າວສານ Sputnik ສະຫງວນໃຫ້ແກ່ນັກຂ່າວ, ນັກສຶກສາບັນດາມະຫາວິທະຍາໄລສະເພາະຂະແໜງ, ພະນັກງານສື່ມວນຊົນ ແລະ ນັກຄຸ້ມຄອງດ້ານສື່ສານທົ່ວໂລກເພື່ອແນໃສ່ແບ່ງປັນບົດຮຽນປະສົບການ ແລະ ພັດທະນາວິຊາສະເພາະ

        ໃນຮອບເວລາ 1 ເດືອນ, ນັກຂ່າວ 12 ຄົນເຂົ້າຮ່ວມຊຸດຝຶກອົບຮົມ ມີໂອກາດໄດ້ສຳຜັດກັບເຕັກໂນໂລຊີທັນສະໄໝຂອງຂະແໜງອຸດສາຫະກຳສື່ມວນຊົນຢູ່ ລັດເຊຍ, ພົບປະແລກປ່ຽນກັບບັນດານັກການເມືອງຊື່ດັ່ງ ແລະ ບັນດານັກຊ່ຽວຊານ ລັດເຊຍ ກ່ຽວກັບສື່ມວນຊົນ ແລະ ການພົວພັນສາກົນ, ພ້ອມທັງຊອກຮູ້ກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ປະຊາຊົນລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ