ບັນດານັກຂ່າວຕ່າງປະເທດມີໜ້າຢູ່ໝູ່ເກາະຮ່ວາງຊາຖືວ່າ: ຈີນໄດ້ມີການກະທຳ ທີ່ຈອງຫອງ

ບັນດານັກຂ່າວຕ່າງປະເທດມີໜ້າຢູ່ໝູ່ເກາະຮ່ວາງຊາຖືວ່າ: ຈີນໄດ້ມີການກະທຳ ທີ່ຈອງຫອງ - ảnh 1
(ນັກ​ຂ່າວ Toshihiro Yatagal , ຫົວໜ້າ​ຫ້ອງການ​ຕາງໜ້າ​
ສຳນັກ​ຂ່າວສານ​ຍີ່ປຸ່ນ Kyodo New ຢູ່​ບາງກອກ, ປະ​ເທດ​ໄທ)

(vovworld) - ໃນ​ຊຸມ​ມື້​ຜ່ານ​ມາ, ພ້ອມ​ກັບ​ບັນດາ​ນັກ​ຂ່າວ​ພາຍ​ໃນ​ປະ​ເທດ, ​ນັກ​ຂ່າວ​ຕ່າງປະ​ເທດ​ຫຼາຍ​ຄົນ​ໄດ້​ມີໜ້າ​ຢູ່​ໝູ່​ເກາະ​ຮ່ວາງ​ຊາ ​​ແລະ​ເຫັນ​ປະຈັກ​ຕາ​ການ​ກະທຳ​ຂອງ​ບັນດາ​ກຳ່​ປັ່ນ​ຈີນ. ນັກ​ຂ່າວ Toshihiro Yatagal , ຫົວໜ້າ​ຫ້ອງການ​ຕາງໜ້າ​ສຳນັກ​ຂ່າວສານ​ຍີ່ປຸ່ນ Kyodo New ຢູ່​ບາງກອກ, ປະ​ເທດ​ໄທ, ​ຖື​ວ່າ: ຈີນ​ນຳ​ຮ້ານ​ເຈາະ​ນຳ້ມັນໄຮຢາງ 981 ​ແລະ ກຳ່​ປັ່ນ​ຫຼາຍ​ລຳເຂົ້າ​ເຂດ​ໄຫຼ່​ທະວີບ ​ແລະ ​ເຂດ​ເສດຖະກິດ​ຈຳ​ເພາະຂອງ​ຫວຽດນາມ, ​ພຽງ​ແຕ່ເຮັດ​ໃຫ້ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ​ເທົ່າ​ນັ້ນ.

        “ຂ້າພະ​ເຈົ້າ​ໄດ້​ເຫັນ​ປະຈັກຕາ​ ຈີນ​ຜັນ​ຂະຫຍາຍ​ ກຳ່​ປັ່ນ​ຫຼາຍ​ລຳ​ຢູ່​ເຂດ​ນີ້. ​ແລະ ​ແຕ່ລະ​ເທື່ອ​ເມື່ອກຳ່​ປັ່ນ​ຫວຽດນາມ​ເຂົ້າ​ໃກ້​ເຂດ​ຕັ້ງຮ້ານ​ເຈາະ​ນຳ້ມັນ, ​ກຳ່​ປັ່ນຂ​ອງຈີນ​ກໍ່ສະ​ກັດ​ກັ້ນ​ໃນ​ທັນທີ. ບາງ​ເທື່ອ​​ມີ​ກຳ່​ປັ່ນ​ຂອງ​ຈີນແຕ່ 4 ​ເຖິງ 5 ລຳ​ໄດ້ສະ​ກັດ​ກັ້ນ​ກຳ່​ປັ່ນ​ຫວຽດນາມ 1 ລຳ. ຂ້າພະ​ເຈົ້າ​ຄິດ​ວ່າ, ຈີນ​ບໍ່​ຄວນ​ນຳ​ໃຊ້​ການ​ກະທຳ​ຄື​ດັ່ງກ່າວ​ໃນ​ພາກ​ພື້ນ​ນີ້“.

ບັນດານັກຂ່າວຕ່າງປະເທດມີໜ້າຢູ່ໝູ່ເກາະຮ່ວາງຊາຖືວ່າ: ຈີນໄດ້ມີການກະທຳ ທີ່ຈອງຫອງ - ảnh 2
(ນັກ​ຂ່າວສຳນັກ​ຂ່າວສານ AFP ຢູ່​ຮ່າ​ໂນ້ຍ ຮ່ວາງ​ດິ່ງນາມ)

        ນັກ​ຂ່າວສຳນັກ​ຂ່າວສານ AFP ຢູ່​ຮ່າ​ໂນ້ຍ ຮ່ວາງ​ດິ່ງນາມ ກໍ່​ເນັ້ນ​ໜັກ​ວ່າ, ດ້ວຍ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນ​ຢູ່​​ເຂດພູມີ​ປະ​ເທດ​ຕົວ​ຈິງ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ບັນດາ​ຂ່າວ​​​ໂດຍຈີນ​ຍົກ​ອອກ​ມາ​ທີ່ວ່າ, ກຳ່​ປັ່ນ​ຫວຽດນາມ​ຕຳ່​ໃສ່​ກຳ່​ປັ່ນ​ຂອງຈີນ​ນັ້ນ ​ແມ່ນ​ການ​ເສກ​ສັ້ນ​ປັ້ນ​ແຕ່ງຢ່າງ​ເປີດ​ແປນ

        ”ຜ່ານ 4. 5 ມື້​ທີ່​ມີໜ້າ​ຢູ່​ເຂດ​ທະ​ເລ​ຮ່ວາງ​ຊາ, ຂ້າພະ​ເຈົ້າ​ໄດ້​ເຫັນ​ການລະ​ເມີດ​ຂອງ​ຈີນ ​ຢູ່ເຂດ​ເສດຖະກິດ​ຈຳ​ເພາະ 200 ​ໄມ​ທະ​ເລຂອງ​ຫວຽດນາມ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ຈີນ​ໄດ້​ນຳ​ເອົາ​ກຳ່​ປັ່ນ​ໃຫຍ່​ຫຼາຍ​ລຳ ​ແລະ​ມີ​ການ​ກະທຳ​ຈອງຫອງ​ໃນ​ເຂດ​​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ”.

ຂ່າວ/ບົດ​ອື່ນ