ບັນດານັກຊ່ຽວຊານຕີລາຄາສູງເປົ້າໝາຍພັດທະນາເສດຖະກິດ-ສັງຄົມ5ປີຈະມາເຖິງ

ບັນດານັກຊ່ຽວຊານຕີລາຄາສູງເປົ້າໝາຍພັດທະນາເສດຖະກິດ-ສັງຄົມ5ປີຈະມາເຖິງ - ảnh 1
ພາບປະກອບ

(vovworld) – ບົດ​ລາຍ​ງານຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ ​ໄລຍະ 5 ປີ 2011 – 2015 ​ແລະ ທິດ​ທາງ, ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 5 ປີ 2016 – 2020 ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຂອງ​ນັກ​ຊ່ຽວຊານ​ເສດຖະກິດ​ຫຼາຍ​ທ່ານ.  ບັນດາ​ນັກ​ຊ່ຽວຊານ ຖື​ວ່າ, ບັນດາ​​ເປົ້າໝາຍ​ພັດທະນາ​ເສດຖະກິດ - ສັງ​ຄົມ​ໄລຍະ​ຈະ​ມາ​ເຖິງ​ຕ້ອງ​ໄດ້​ຮັບ​ການ​ປະຕິບັດຢ່າງ​​ຂ້ຽວຂາດ, ​ແຂງ​ແຮງ ​ແລະ ຮີບ​ດ່ວນ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ກຳລັງ​ແກ່ງ​ແຍ້ງຂອງ​ພື້ນຖານ​ເສດຖະກິດ​ໃນ​ສະພາບ​ເຊື່ອມ​ໂຍງ. ນັກ​ຊ່ຽວຊານ​ເສດຖະກິດ ຟ້າ​ມຈີ​ລານ, ຖື​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ​ບົດ​ລາຍ​ງານ​ຂອງ​ກອງ​ປະຊຸມ​ໃຫຍ່​ໄດ້​ສະ​ແດງ​ບັນດາ​ຄວາມ​ມຸ່ງ​ຫວັງ​ອັນ​ໃຫຍ່​ຫຼວງຂອງ ຫວຽດນາມ ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ. ສຳລັບ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້, ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ຊີ້​ໃຫ້​​ເຫັນ​ທິດ​ທາງ​ໃດ ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຕ້ອງ​ປະຕິບັດ​ໃນ​ທັນທີ ​ແລະ ຕ້ອງ​ປະຕິບັດ​ໃຫ້​ໄດ້. ກໍ​ຕ້ອງ​ຊີ້​ແຈ້ງ​ໃຜ​ແມ່ນ​ຜູ້​ຮັບຜິດຊອບການ​ປະຕິບັດ​ບັນດາ​​ເປົ້າໝາຍ​ນັ້ນ. ​ໃນ​ສະພາບ​ການ​ໃໝ່​ຂອງ​ການ​ເຊ່ືອມ​ໂຍງ​ເຂົ້າ​ກັບ​ສາກົນ, ກຳລັງ​ດັນທີ່​ມີ​ຕໍ່ ຫວຽດນາມ ​ແມ່ນ​​ສູງ​ທີ່​ສຸດ.”

        ສ່ວນ​ນັກ​ຊ່ຽວຊານ​ ​ເສດຖະກິດ ຫງວຽນ​ມິ​ງຟອງ, ​ເນັ້ນ​ໜັກ​ວ່າ:

        “ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ​ໄດ້​ຍົກ​ອອກ​ບັນດາ​ຄາດ​ໝາຍ ກໍ​ຄື​ບັນດາ​​ເປົ້າໝາຍ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 5 ປີຈະ​ມາ​ເຖິງ ກໍ​ຄື​ໃນ​ໄລຍະ​ກາງ​ໃນ​ຕໍ່ໜ້າ. ອາດ​ເວົ້າ​ໄດ້​ວ່າ ບັນດາ​ຄາດໝາຍ ​ແລະ ບັນດາ​ຈຸດໝາຍ​ທີ່ໄດ້​ຍົກ​ອອກ​ມາ​ຢ່າງ​ຄົບ​ຊຸດ ​ແລະ ມີ​ຄວາມ​ສາມາດ​ເປັນ​ໄປ​ໄດ້​ຢ່າງ​ສູງໂດຍ​ພື້ນຖານ.”


ຂ່າວ/ບົດ​ອື່ນ