ບັນດານັກຊ່ຽວຊານມີຄວາມປະເອີບໃຈຕໍ່ພື້ນຖານເສດຖະກິດຫວຽດນາມ2016

ບັນດານັກຊ່ຽວຊານມີຄວາມປະເອີບໃຈຕໍ່ພື້ນຖານເສດຖະກິດຫວຽດນາມ2016 - ảnh 1
(ພາບ​ປະ​ກອບ)

(vovworld) –​ ປີ 2016, ຈະ​ແມ່ນ​ປີ​ເລີ່ມ​ຕ​ົ້ນ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມໄລ​ຍະ 5 ປີ​ 2016 – 2020, ເປີດ​ສາກ​ໃຫ້​ວິ​ວັດ​​ທະ​ນາການ​ພັດ​ທະ​ນາ​ໃໝ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ນີ້​ກໍ​ແມ່ນ​ປີ​​ເປີດ​ສາກ​ວິ​ວັດ​ການ​ເຊື່ອມ​ໂຍງ​ໃໝ່, ເມື່ອ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ເຊື່ອມ​ໂຍງ​ເລີ່ມ​ມີ​ຜົນ​ສັກ​ສິດ. ບັນ​ດາ​ນັກ​ຊ່ຽວ​ຊານ​ໄດ້​ຍົກ​ອອກ​ການ​ຄ​າດ​ຄະ​ເນ​ທີ່​ປະ​ເອີ​ບ​ໃຈ​ໃຫ້​ບາດ​ລ້ຽ​ວ​ໃໝ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ປີ 2016.

      ທ່ານດ.ຣ ເຈີນ​ຢ​ູຫຼິກ ຖື​ວ່າ, ນັບ​ແຕ່ປີ 2016 ​ເປ​ັນ​ຕົ້ນ​ໄປ, ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ມີ​ແງ່​ຫວັງ​ທີ່​​ດີ. ​ທ່ານ ເຈີນ​ຢູ​ຫຼິກ ກໍ​ເຫັນ​ດີິ​ເຫັນ​ພ້ອມ​ກັບ​ຄາດ​ໝາຍ​ເຊິ່ງ​ລັດ​ຖະ​ບານ​ໄດ້​ວາງ​ອອກ, ນັ້ນ​ແມ່ນລະ​ດັບເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຈາກ 6,5% ເຖິງ 7%. ໃນ​ຂະ​ນະ​ນັ້ນ, ທ່ານ​ຮອງອ​ະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ນະ​ຄອນ​ໂຮ່​ຈິ​ມິນ ເຈີ່ນ​ຮ່​ວາງ​ເງິນ ກໍ​ຖື​ວ່າ, ໃນ​ປີ 2015, ລະ​ດັບ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ລື່ນ​ກາຍຄາດ​ໝາຍທີ່​ໄດ້​ວາງ​ອອກ ແລະ ບັນ​ລຸລະ​​ດັບ 6,6%. ດ້ວຍ​ພື້​ນ​ຖານນັ້ນ, ລະ​ດັບ​ເຕີບ​ໂຕ​ດ້ານ​ເສ​ດ​ຖະ​ກິດ​ໃນ​ປີ 2016 ສາ​ມາດ​ບັນ​ລຸ​ໄດ້​ 6,7%. ສ່ວນ​ທ່ານ​​ກຳ​ມະ​ການຜູ້​ປະ​ຈຳ​ການ​ ກຳ​ມາ​ທິ​ການ​ການ​ເງິນ​ງົບ​ປະ​ມານ​ຂອງ​ສະ​ພາ​ແຫ່ງ​ຊາດ ບຸຍ​ດຶກ​ທໍ້ ​ກໍໃຫ້​ຂໍ້​ສັງ​ເກດ​ວ່າ, ດ້ວຍ​ທ່າ​ເຕີບ​ໂຕ​ຂອງ​ຫວຽດ​ນາມ ຄື​ປະ​ຈຸ​ບັນ, ປີ 2016 ຈະ​ມີ​ຫຼາຍ​ປັດ​ໃຈ​ໃໝ່​ມີ​ລັກ​ສະ​ນະ​ສ​ະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​​ກວ່າ, ສະ​ນັ້ນ, ການ​ເຕີບ​ໂຕ GDP ປີ 2016 ຢູ່​ໃນ​ລະ​ດັບ 6,7% ແມ່ນ​ມີ​ຄວາມເປັນ​ໄປ​ໄດ້. ທ່ານ ບຸຍ​ດຶກ​ທໍ້ ຢັ້ງ​ຢືນ​ວ້າ, ເສດ​ຖະ​ກິດ - ສັງ​ຄົມ​ປີ 2016 ຈະ​​ພັດ​ທະ​ນາ​ ດີກວ່າ, ໝັ້ນ​ຄົງ​ກວ່າ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ.

ຂ່າວ/ບົດ​ອື່ນ