ບັນດານັກຊ່ຽວຊານສາກົນຕຳນິຕິຕຽນການກະທຳຂອງຈີນຢູ່ທະເລຕາເວັນອອກ

ບັນດານັກຊ່ຽວຊານສາກົນຕຳນິຕິຕຽນການກະທຳຂອງຈີນຢູ່ທະເລຕາເວັນອອກ - ảnh 1
ບັນ​ດາ​ນັກ​ຊ່ຽວ​ຊານ​ສາ​ກົນ​ຕຳ​ນິ​ຕິ​ຕຽນ
​ການ​ກະ​ທຳ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ
(ພາບ​ປະ​ກອບ: Wikipedia)

(vovworld) –​  ​ໃນ​ຊຸມມ​ື​ຜ່ານ​ມາ, ຫາ​ງ​ສຽງ​ຢູ່​ພາກ​ພື້ນ ແລະ ສາ​ກົນ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ວິ​ຕົກ​ກັ​ງວົນ​ຕໍ່​ເລື່ອງ​ຈີນ ປະ​ຕິ​ບັດ​ບັນ​ດາ​ທ້ຽວ​ບິນ​ທົ​ດ​ລອງ​ເຖິງ​ລານ​ບິນ ໂດຍ​ປັກ​ກິງ ກໍ່​ສ້າງ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ເກາະ ຈຶ້​ເທີບ, ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ ​ໃນທະ​ເລ​ຕາ​ເວັນ​ອອກ. ມີ​ຫຼາຍ​ປະ​ເທດ​ໄດ້​ອອກ​ສຽງ​ຄັດ​ຄ້ານ​ການ​ກະ​ທຳ​ນີ້​ຂອງ​ຈີນ, ໃນ​ຂະ​ນະ​ນັ້ນ​ວົງ​ກາ​ນ​ນັກ​ຮຽນ​ຮູ້ກໍ່​ແບ່ງ​ປັນ​ຫຼາຍ​ຄຳ​ເຫັນ​ກ່ຽວ​ກັບ​ເລື່ອງ​ນຳ​ການ​ຂັດ​ແຍ້ງຢ​ູ່​ທະ​ເລ​ຕາ​ເວັນ​ອອກ​ຂຶ້ນ​ສານ​ສາ​ກົນ.

      ທ່ານ​ນາງ Theresa Fallon, ນັກ​ຊ່ຽວ​ຊານ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ພົວ​ພັນ​ເອີ​ລົບ -ອາ​ຊີ ແລະ ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສັງ​ກັດ​ສະ​ຖາ​ບັນ​ເອີ​ລົບ​ຄົ້ນ​ຄວ້າ​ກ່ຽວ​ກັບ​ອາ​ຊ​ີ (EIAS), ​ໄດ້​ຕີ​ລາ​ຄາ​​​ວ່າ ​ການ​ກະ​ທຳ​ຂອງ​ຈີນ ​ເຮັດ​ໃຫ້​ສະ​ພາບ​ການ​ຢູ່ໜຶ່ງ​ໃນ​ບັນ​ດາ​ເຂດ​ຂັດ​ແຍ້ງ “​ເຄັ່ງຮ້ອນ” ທີ່​ສຸດ​ໃນ​ໂລກ​ເຄັ່ງ​ຕຶງ​​ຂຶ້ນ​ຕື່ມ. ຕີ​ລາ​ຄາ​ກ່ຽວ​ກັບ​ບັນ​ດາ​ບາດ​ກ້າວ​ຕໍ່​ໄປ​ຂອງ​ຈີນ, ນັກ​ຊ່ຽວ​ຊານ Theresa Fallon ຖື​ວ່າ, ປັກ​ກິງ ອາດ​ຈະ​ສືບ​ຕໍ່​ກາ​ນ​​ບຸ​ລະ​ນະ​ບັນ​ດາ​ເກາະ, ປັບ​ປຸງ​ລະ​ບົບ​​ຕິດ​ຕໍ່​ສື່​ສານ, ຕິດ​ຕັ້ງ​​ອະ​ປະ​ກອນຣາ​ດາ ໄລ​ຍະ​ໄກ​່… ຈີນ ອາດ​ຈະ​ຜັນ​ຂະ​ຫຍ​າຍ​ກຳ​່ປັ່ນຂັບ​ໄລ່​ຂອງກອງ​ທັບ​ເຮືອ​ລາດ​ຕາ​ເວນ ແລະ ເຮືອ​ບິນ​ທະ​ຫານ​ຢູ່​ບັນ​ດາ​ເກາະ​ນີ້. ຕາມ​ທ່ານ​ນາງ Theresa Fallon ແລ້ວ, ເພື່ອ​ຈຳ​ກັດ​ການ​ກະ​ທຳ​ຂອງ​ຈີນ, ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ຕ້ອງ​ດຶງ​ດູດ​ຄວາມ​ສ​ົນ​ໃຈ​ຂອງ​ປະ​ຊາ​ຄົມ​ສາ​ກົນ ແລະ ຊຸກ​ຍູ້​ການ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ. ສະ​ຫະ​ພາບ​ເອີ​​ລົບ ​ຄວນ​ຈັດ​ສົ່ງ​ນັກ​ສັງ​ເກດ​ການ​ເຖິງ​ສານ​ກຳ​ມະ​ການ​ສາ​ກົນ ເພື່ອ​ໜູນ​ຊ່ວຍ​ໃຫ້​ວິ​ວັດ​ການ​ແກ້​ໄຂ​ຄວາມ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ລະ​ຫວ່າງ​ຝ່າຍ​ຕ່າງໆ​ທີ່​ກ່ຽ​ວ​ຂ້ອງ.

      ໃນ​ຂະ​ນະ​ນັ້ນ, ສາດ​ສະ​ດາ​ຈານ Eric David, ຫົ​ວ​ໜ້າ​ສູນ​ກົດ​ໝາຍ​ສາ​ກົນ, ​ທີ່​ຂຶ້ນ​ກັບມະ​ຫາ​ວິ​ທະ​ຍາ​ໄລ​ເສ​ລ​ີບ​ຣຸກ​ແຊນ (ULB) ຕີ​ລາ​ຄາ​ວ່າ ການ​ກະ​ທຳ​ກໍ່​ສ້າງ​ລ​ານ​ບິນ ​ຂອງ​ຈີນ ຢູ່ເກາະ​​ທີ່​ພວມຂັດ​ແຍ້ງ​​ກັນ​ນັ້ນແມ່ນ “ການ​ກະ​ທຳ​ແນ​ໃສ່​ສະ​ແດງ​ໃຫ້​ເຫັນ​ອະ​ທິ​ປະ​ໄຕ”. ສະ​ນັ້ນ​ບັນ​ດາ​ປະ​ເທດ​​ກ່ຽວ​ຂ້ອງຕ້ອງ​ມີ​ການ​ກະ​ທຳ​ດ້ວຍ​ວິ​ທີ​ສົ່ງ​ຈົດ​ໝາຍ​ທາງ​ການ​ເພື່ອ​ຄັດ​ຄ້ານ​ຈີນ ​ແລະ ຢ​ືນ​ຢັນ​ວ່າ ຈີິນບໍ່​ມີ​ສິດ​ໃດ​ເພື່ອ​ກໍ່​ສ້າງ​ສະ​ໜາມບິນ​ໃນ​ເກາະ​ເຊິ່ງ​ເຂົາ​ເຈ​ົ້າ​​ຖືວ່າ​​ແມ່ນຂອງ​ຕົນ​ເອງ.

ຂ່າວ/ບົດ​ອື່ນ