ບັນດານັກຊ່ຽວຊານຫັນເປັນດີຈີຕອນແຖວໜ້າໂລກຈະມາ ຫວຽດນາມ

(VOVWORLD) - ຜ່ານກອງປະຊຸມສຳມະນາ, MB ພ້ອມແລ້ວທີ່ຈະເຊື່ອມຕໍ່, ຮ່ວມມື, ໜູນຊ່ວຍ ເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ແກ່ບັນດາຄູ່ຮ່ວມມື, ລູກຄ້າ, ວິສາຫະກິດໃຫຍ່ຢູ່ ຫວຽດນາມ
ບັນດານັກຊ່ຽວຊານຫັນເປັນດີຈີຕອນແຖວໜ້າໂລກຈະມາ ຫວຽດນາມ - ảnh 1ນັກຊ່ຽວຊານເຂົ້າຮ່ວມກອງປະຊຸມສຳມະນາສາກົນ
(ພາບ: viettimes.vn)

        ວັນທີ 08 ພະຈິກ, ຢູ່ ຮ່າໂນ້ຍ, ທະນາຄານກອງທັບ (MB) ຈະຈັດກອງປະຊຸມສຳມະນາສາກົນ “Digitalize to Revolutionize -ກຳນົດທິດພື້ນຖານເສດຖະກິດດີຈີຕອນໃນອະນາຄົດ” ເພື່ອນຳມາເຊິ່ງບັນດາບົດຮຽນໃນການຫັນເປັນດີຈີຕອນໃນຕົວຈິງ ຈາກບັນດານັກຊ່ຽວຊານແຖວໜ້າໂລກ.

        ກອງປະຊຸມສຳສະນາໂດຍມີການເຂົ້າຮ່ວມຂອງບັນດານັກຊ່ຽວຊານ ຫວຽດນາມ ແລະ ໂລກ, ໃນນັ້ນມີທ່ານ David L. Rogers: ນັກຊ່ຽວຊານໃນການຫັນເປັນດີຈີຕອນ ດ້ວຍບົດຮຽນໃຫ້ຄຳປຶກສາຍຸດທະສາດຂັ້ນສູງໃຫ້ແກ່ບັນດາກຸ່ມບໍລິສັດແຖວໜ້າໂລກ; ທ່ານສາດສະດາຈານ Sheena Iyengar, Columbia Business School, ນັກຊ່ຽວຊານແຖວໜ້າໂລກກ່ຽວກັບນະວັດຕະກຳ ແລະ ສິລະປະການຄັດເລືອກ… ຜູ້ຕາງໜ້າຂອງທະນາຄານ MB ໃຫ້ຮູ້ວ່າ: ຜ່ານກອງປະຊຸມສຳມະນາ, MB ພ້ອມແລ້ວທີ່ຈະເຊື່ອມຕໍ່, ຮ່ວມມື, ໜູນຊ່ວຍ ເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ແກ່ບັນດາຄູ່ຮ່ວມມື, ລູກຄ້າ, ວິສາຫະກິດໃຫຍ່ຢູ່ ຫວຽດນາມ ໃນພາລະກິດປະຕິບັດເປົ້າໝາຍຫັນເປັນດີຈີຕອນແຫ່ງຊາດໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ