ບັນ​ດາ​ນັກ​ທຸ​ລະ​ກິດ ອາ​ເມ​ລິ​ກາ​ ເຊື້ອ​ຊາດ ອາ​ຊີ ລະ​ດົມຈຳ​ນວນ ເງິນ​ ​ 250 ລ້ານ USD ໃຫ້​​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານການແບ່ງແຍກ​​ເຊື້ອ​ຊາດ​ຜິວ​ພັນ ທີ່ເລັ່ງ​ໃສ່​ຊາວ​ເຊື້ອ​ຊາດ​ອາ​ຊີ

(VOVWORLD) - ໃນ 1 ປີທີ່ຜ່ານມາ, ອາດຊະຍາກຳໂກດແຄ້ນ ຊາວເຊື້ອຊາດອາຊີ ເພີ່ມຂຶ້ນຢ່າງແຮງຂຶ້ນເຖິງ 169%, ຕາມຕົວເລກຄົ້ນຄ້ວາຂອງ ສູນຄົ້ນຄ້ວາ ຄວາມໂກດແຄ້ນຍ້ອນການຈຳແນກການປະພຶດ ແລະ ລັດທິຫົວຮຸນແຮງ ຢູ່ມະຫາວິທະຍາໄລ ລັດ California.



ບັນ​ດາ​ນັກ​ທຸ​ລະ​ກິດ ອາ​ເມ​ລິ​ກາ​ ເຊື້ອ​ຊາດ ອາ​ຊີ ລະ​ດົມຈຳ​ນວນ ເງິນ​ ​ 250 ລ້ານ USD ໃຫ້​​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານການແບ່ງແຍກ​​ເຊື້ອ​ຊາດ​ຜິວ​ພັນ ທີ່ເລັ່ງ​ໃສ່​ຊາວ​ເຊື້ອ​ຊາດ​ອາ​ຊີ - ảnh 1ການແຫ່ຂະບວນປະທ້ວງສະພາບການໃຊ້ຄວາມຮຸນແຮງ ແລະ ເພີ່ມຄວາມໂກດແຄ້ນຕ້ານຊາວເຊື້ອຊາດ ອາຊີ ຢູ່ ອາເມລິກາ (ພາບ: THX/TTXVN)

ວັນທີ 3 ພຶດສະພາ, ໜັງສືພິມ New York Times ໃຫ້ຮູ້ວ່າ ກຸ່ມບັນດານັກທຸລະກິດ ອາເມລິກາ ເຊື້ອຊາດ ອາຊີ ມີຜົນສະທ້ອນທີ່ສຸດ ໄດ້ພ້ອມກັນ ອຸປະຖຳໃຫ້ໂຄງການທີ່ເຕັມໄປດ້ວຍຄວາມມັກໃຫຍ່ໄຟສູງ ເພື່ອແນໃສ່ຕ້ານສະພາບ ຈຳແນກການປະພຶດຕໍ່ ຊາວເຊື້ອຊາດ ອາຊີ ທີ່ພວມເກີດຂຶ້ນໃນປັດຈຸບັນ. ຕາມບົດລາຍງານດັ່ງກ່າວແລ້ວ, ບັນດານັກທຸລະກິດນີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະອຸປະຖຳຈຳນວນເງິນ 125 ລ້ານ USD ໃຫ້ແກ່ໂຄງການທີ່ມີຊື່ວ່າ ກອງທຶນຊາວ ອາເມລິກາ ເຊື້ອຊາດ ອາຊີ (Asian American Foundation), ພ້ອມທັງຂົນຂວາຍການອຸປະຖຳຈຳນວນເງິນ 125 ລ້ານ USD ຕື່ມອີກ ຈາກບັນດາວິສາຫະກິດ ແລະ ອົງການຕ່າງໆຄື: Walmart, ທະນາຄານ ອາເມລິກາ (Bank Of America), ກອງທຶນ Ford ແລະ ສະມາຄົມ ບານບ້ວງ ແຫ່ງຊາດ ອາເມລິກາ (NBA).

ຂໍ້ລິເລີ່ມນີ້ໄດ້ຍົກອອກມາໃນສະພາບການກະແສການໃຊ້ຄວາມຮຸນແຮງເພື່ອຕ້ານຊາວເຊື້ອຊາດອາຊີ ຢູ່ ອາເມລິກາ ພວມເພີ່ມຂຶ້ນຢ່າງແຮງ. ໃນ 1 ປີທີ່ຜ່ານມາ, ອາດຊະຍາກຳໂກດແຄ້ນຊາວເຊື້ອຊາດອາຊີ ເພີ່ມຂຶ້ນຢ່າງແຮງຂຶ້ນເຖິງ 169%, ຕາມຕົວເລກຄົ້ນຄ້ວາຂອງ ສູນຄົ້ນຄ້ວາ ຄວາມໂກດແຄ້ນຍ້ອນການຈຳແນກການປະພຶດ ແລະ ລັດທິຫົວຮຸນແຮງ ຢູ່ມະຫາວິທະຍາໄລ ລັດ California.

ຕອບກັບ

ຂ່າວ/ບົດ​ອື່ນ