ບັນດານັກລົງທຶນຕ່າງປະເທດຕີລາຄາສູງແຜນການພັດທະນາພື້ນຖານໂຄງລ່າງຂອງຫວຽດນາມ

(VOVWORLD) -ດ້ວຍບັນດາສັນຍານຕັ້ງໜ້າໃນໄລຍະມໍ່ໆມານີ້, ບັນດານັກລົງທຶນອາເມລິກາ ມີເຫດຜົນເພື່ອກັບຄືນມາລົງທຶນຢູ່ ຫວຽດນາມ.
ບັນດານັກລົງທຶນຕ່າງປະເທດຕີລາຄາສູງແຜນການພັດທະນາພື້ນຖານໂຄງລ່າງຂອງຫວຽດນາມ - ảnh 1(ພາບປະກອບ: TTXVN)

ຫວ່າງມໍ່ໆມານີ້, ເວັບໄຊຂຶ້ນກັບກຸ່ມບໍລິສັດ Dow Jones & Company (ອາເມລິກາ) ຫາກໍ່ລົງບົດຂຽນໄຈ້ແຍກຕີລາຄາສູງຜົນກະທົບຢ່າງຕັ້ງໜ້າຂອງຍຸດທະສາດພັດທະນາພື້ນຖານໂຄງລ່າງຫວຽດນາມ ຕໍ່ຕະຫຼາດການເງິນ.

        ຕາມບົດຂຽນແລ້ວ, ເລື່ອງຫວຽດນາມ ໃຫ້ຄຳໝັ້ນສັນຍາລົງທຶນຈຳນວນເງິນ 119 ຕື້ USD ໃຫ້ແກ່ພື້ນຖານໂຄງລ່າງໃນຮອບເວລາ 4 ປີຈະມາເຖິງ ແລະ ຊຸກຍູ້ອັດຕາການປະກອບສ່ວນຂອງພາກເອກະຊົນເຂົ້າ GDP ຈາກ 42% ຂຶ້ນເຖິງ 55% ໃນປີ 2025 ອັນໄດ້ເປັນການດຶງດູດບັນດານັກລົງທຶນຈາກຕ່າງປະເທດຢ່າງແທ້ຈິງ, ສ້າງບັນດາສັນຍານຕັ້ງໜ້າສຳລັບຕະຫຼາດການເງິນ.

        ນອກນັ້ນ, ບັນດານັກລົງທຶນກໍ່ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຕະຫຼາດອະສັງຫາລິມະຊັບຢູ່ຫວຽດນາມ. ບົດຂຽນກໍ່ຖືວ່າ ດ້ວຍບັນດາສັນຍານຕັ້ງໜ້າໃນໄລຍະມໍ່ໆມານີ້, ບັນດານັກລົງທຶນອາເມລິກາ ມີເຫດຜົນເພື່ອກັບຄືນມາລົງທຶນຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ