ບັນດານັກວິທະຍາສາດ ຈີນ ຄົ້ນພົບໄວຣັດ SARS-CoV-2 ມີ 2 ສາຍພັນ

(VOVWORLD) -  ບັນດານັກຄົ້ນຄວ້າຂອງມະຫາວິທະຍາໄລ ປັກກີ່ງ ແລະ ສະຖາບັນ Pasteur ຂອງ ຊຽງໄຮ້ ສັງກັດສະພາມະຫາບັນດິດວິທະຍາສາດ ຈີນ ພວມຄົ້ນຄວ້າກ່ຽວກັບຕົ້ນກຳເນີດການລະບາດເຊື້ອພະຍາດອັກເສບປອດ Covid-19 ໂດຍໃຫ້ຮູ້ວ່າ:
ບັນດານັກວິທະຍາສາດ ຈີນ ຄົ້ນພົບໄວຣັດ SARS-CoV-2 ມີ 2 ສາຍພັນ - ảnh 1 (ພາບປະກອບ/AFP/TTXVN)

ໄດ້ຄົ້ນພົບໄວຣັດ SARS-CoV-2 ມີ 2 ສາຍພັນຕົ້ນຕໍທີ່ກໍ່ໃຫ້ເກີດພະຍາດດັ່ງກ່າວ. ໝາກຜົນການຄົ້ນຄວ້າໃນເບື້ອງຕົ້ນໄດ້ສະແດງໃຫ້ເຫັນວ່າ ໄວຣັດ SARS-CoV-2 ລວມມີ 2 ສາຍພັນ, ໃນນັ້ນ ມີສາຍພັນໜຶ່ງຮ້າຍແຮງກ່ວາ ເຊິ່ງກ່ຽວຂ້ອງເຖິງເຊື້ອພະຍາດ Covid-19 ທີ່ລະບາດຢູ່ນະຄອນ ອູ່ຫັ້ນ, ແຂວງ ຮູເປີ່ຍ (ຈີນ) ກວມເອົາປະມານ 70% ສາຍພັນໄວຣັດທີ່ໄດ້ນຳມາວິໄຈ, ໃນຂະນະນັ້ນ ສາຍພັນທີ່ອ່ອນກ່ວາແມ່ນກວມເອົາ 30%.

ຕອບກັບ

ຂ່າວ/ບົດ​ອື່ນ