ບັນ​ດາ​ນັກວິທະຍາສາດ ​ໂຮ​ນລັງ ຄົ້ນພົບ​​ພູມ​ຕ້ານທານ ສາມາດ​ຕ້ານ​ຄືນ​​ໄວຣັດ SARS-CoV-2 ​ໄດ້

(VOVWORLD) - ພູມຕ້ານທານທີ່ໄດ້ຫາກໍ່ຄົ້ນພົບໃນຫ້ອງທົດລອງນັ້ນສາມາດຕ້ານເຊື້ອໄວຣັດ SARS-CoV-2 ໄດ້, ສ້າງຄວາມສາມາດໃນການສະກັດກັ້ນ ແລະ ປິ່ນປົວພະຍາດໂຄວິດ - 19 ທີ່ອັນຕະລາຍນີ້. 
ບັນ​ດາ​ນັກວິທະຍາສາດ ​ໂຮ​ນລັງ ຄົ້ນພົບ​​ພູມ​ຕ້ານທານ ສາມາດ​ຕ້ານ​ຄືນ​​ໄວຣັດ SARS-CoV-2   ​ໄດ້ - ảnh 1 ບັນດານັກວິທະຍາສາດ ໂຮນລັງ ຄົ້ນພົບພູມຕ້ານທານ ສາມາດຕ້ານຄືນໄວຣັດ SARS-CoV-2   ໄດ້ (ພາບ: AFP/TTXVN)

        ບັນດານັກຄົ້ນຄວ້າສັງກັດມະຫາວິທະຍາໄລ Utrecht ຂອງໂຮນລັງ ແລະ ສູນແພດສາດ Erasmus ຢູ່ Rotterdam ໄດ້ຄົ້ນພົບພູມຕ້ານທານ ສາມາດສະກັດກັ້ນເຊື້ອໄວຣັດ SARS-CoV-2 ແຊກຊືມເຂົ້າຈຸລັງຂອງຮ່າງກາຍ, ສ້າງຄວາມສາມາດໃນການພັດທະນາບັນດາວິທີການປິ່ນປົວພະຍາດໂຄວິດ - 19.

        ຕາມໝາກຜົນການຄົ້ນຄວ້າທີ່ໄດ້ປະກາດໃນວາລະສານ Nature Communications ແລ້ວ, ພູມຕ້ານທານທີ່ໄດ້ຫາກໍ່ຄົ້ນພົບໃນຫ້ອງທົດລອງນັ້ນສາມາດຕ້ານເຊື້ອໄວຣັດ SARS-CoV-2 ໄດ້, ສ້າງຄວາມສາມາດໃນການສະກັດກັ້ນ ແລະ ປິ່ນປົວພະຍາດໂຄວິດ - 19 ທີ່ອັນຕະລາຍນີ້. ບັນດານັກວິທະຍາສາດ ໄດ້ສັກພູມຕ້ານທານໃສ່ໜູທົດລອງທີ່ບັນຈຸໄວຣັດໂຄໂຣນາສາຍພັນແຕກຕ່າງກັນ, ໃນນັ້ນ ລວມທັງບັນດາສາຍພັນທີ່ກໍ່ໃຫ້ເກີດພະຍາດ SARS ແລະ ພະຍາດ MERS. ໜຶ່ງໃນບັນດາພູມຕ້ານທານດັ່ງກ່າວ ສາມາດສະກັດກັ້ນໄດ້ທັງເຊື້ອທີ່ກໍ່ໃຫ້ເກີດພະຍາດ ແລະ ທັງແຫຼ່ງພະຍາດແຊກຊືມເຂົ້າຈຸລັງ. ເຖິງຢ່າງໃດກໍຕາມ, ກ່ອນທີ່ຈະນໍາມາໃຊ້ເຂົ້າໃນການປ່ິນປົວ, ພູມຕ້ານທານດັ່ງກ່າວ ຍັງຕ້ອງໄດ້ດໍາເນີນການທົດລອງໃນສັດ ແລະ ຄົນຕື່ມອີກ.

 


ຕອບກັບ

ຂ່າວ/ບົດ​ອື່ນ