ບັນດານັກວິທະຍາສາດປະກອບຄຳເຫັນໃຫ້ແກ່ອະນຸກຳມະການເສດຖະກິດ,ສັງຄົມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ

(VOVWORLD) -ຕອນບ່າຍວັນທີ 13 ພຶດສະພາ, ຢູ່່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມບັນດານັກວິທະຍາສາດປະກອບຄຳເຫັນໃຫ້ແກ່ອະນຸກຳມະການເສດຖະກິດ, ສັງຄົມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ.

ບັນດານັກວິທະຍາສາດປະກອບຄຳເຫັນໃຫ້ແກ່ອະນຸກຳມະການເສດຖະກິດ,ສັງຄົມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກມ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ກອງປະຊຸມແມ່ນເພື່ອໃຫ້ບັນດານັກວິທະຍາສາດປະກອບຄຳເຫັນໃສ່ບັນດາເອກະສານສຳຄັນນັ້ນແມ່ນ ຍຸດທະສາດພັດທະນາເສດຖະກິດ, ສັງຄົມໄລຍະ 10 ປີ 2021 – 2030 ແລະ ແຜນການພັດທະນາເສດຖະກິດ, ສັງຄົມໄລຍະ 5 ປີ 2021 – 2025. ທ່ານນາຍົກລັດກຖະມົນຕີສະເໜີໃຫ້ບັນດານັກວິທະຍາສາດຕີລາຄາສະພາບຕົວຈິງຂອງປະເທດຊາດໃນທຸກດ້ານ, ນັບທັງດ້ານດີ, ດ້ານອ່ອນ ແລະ ບັນດາສິ່ງທີ່ຍັງຄົງຄ້າງ, ຈຳກັດ, ສາຍເຫດ; ພິເສດແມ່ນນຳສະເໜີບັນດາທັດສະນະ, ບັນດາການກຳນົດທິດ, ໜ້າທີ່, ບາດກ້າວບຸກທະລຸພັດທະນາ, ມາດຕະການແກ້ໄຂໃນໄລຍະ 5 ປີ, 10 ປີຈະມາເຖິງ, ວິໄສທັດຮອດປີ 2045 ໃນທຸກຂົງເຂດ…

ຕອບກັບ

ຂ່າວ/ບົດ​ອື່ນ