ບັນດານັກວິທະຍາສາດຫວຽດນາມ-ລັດເຊຍຮ່ວມມືໃນຂົງເຂດຄົ້ນຄ້ວາໂລກຈັກກະວານເພື່ອຈຸດປະສົງສັນຕິພາບ

ບັນດານັກວິທະຍາສາດຫວຽດນາມ-ລັດເຊຍຮ່ວມມືໃນຂົງເຂດຄົ້ນຄ້ວາໂລກຈັກກະວານເພື່ອຈຸດປະສົງສັນຕິພາບ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ຕ້ອນຮັບ
ນັກອະວະກາດລັດ​ເຊຍ Vichtor Vaxilievich Gorbatco
(ພາບ:Nguyễn Khang – TTXVN)

(vovworld)- ​ ​ ຕອນ​ບ່າຍ​ວັນ​ທີ 21/7, ທີ່​ການ​ຕ້ອນຮັບ​ນັກອະວະກາດລັດ​ເຊຍ Vichtor Vaxilievich Gorbatco, ​ຜູ້​ທີ່​ກ່ອນ​ນີ້ 35 ປີ​ໄດ້ປະຕິບັດສຳ​ເລັດ​ຖ້ຽວ​ບິນ​ເຂົ້າ​ໂລກ​ຈັກກະວານ​ກັບ​ນັກ​ອະວະກາດ​ຫວຽດນາມ ຟ້າ​ມຕວນ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນຖ້ຽວ​ບິນຄັ້ງ​ທຳ​ອິດ​ຂອງ​ຊາວ​ຫວຽ​ດນາມ ​ເຂົ້າ​ໂລກ​ຈັກກະວານໄດ້​ກາຍ​ເປັນ​ເຫດການ​ສຳຄັນ​ໃນ​ຊີວິດ​ຂອງ​ປະຊາຊົນ 2 ປະ​ເທດ. ຖ້ຽວ​ບິນ​​ດັ່ງກ່າວເປັນ​ຂີດ​ໝາຍສຳຄັນ​​ໃນ​ການ​ພັດທະນາ​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ໂຊ​ວ໋ຽດ ​ໃນ​ເມື່ອ​ກ່ອນ ​ແລະ ສະຫະພັນ​ລັດ​ເຊຍ​ ​ໃນ​ປະຈຸ​ບັນ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ສະ​ເໜີ​ບັນດາ​ນັກວິທະຍາສາດ​ລັດ​ເຊຍ ຕັ້ງໜ້າ​ຊ່ວຍ​​ເຫຼືອເພື່ອ​ໃຫ້​ບັນດາ​ນັກວິທະຍາສາດ​ຫວຽດນາມ ມີ​ກາລະ​ໂອກາດ​ເພື່ອ​ສຳ​ພັດ​ກັບ​ຂົງ​ເຂດ​ຄົ້ນ​ຄ້ວາ​ໂລກ​ຈັກກະວານ ​ເພື່ອ​ຈຸດປະສົງ​ສັນຕິພາບ.

    ນັກອະວະກາດ Gorbatco ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ​ຄັ້ງ​ນີ້​ກົງ​ກັບ​ໂອກາດ​ສະ​ເຫຼີ​ມ ສະຫຼອງ 35 ປີ​ແຫ່ງ​ວັນ​​ບິນ​ເຂົ້າ​ໂລກ​ຈັກກະວານ ຫວຽດນາມ-​ໂຊ​ວ໋ຽດ ທັງ​ແມ່ນ​ການ​ສືບ​ຖອດ​ວິວັດ​​ແຫ່ງການ​ຄົ້ນ​ຄ້ວາ​ໂລກ​ຈັກກະວານ​ຂອງ 2  ປະ​ເທດ, ຜ່ານ​ນັ້ນ​ປະກອບສ່ວນ​    ເພີ່​ມພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ, ມິດຕະພາບຂອງ​ປະຊາຊົນ 2 ປະ​ເທດ​ຫວຽດນາມ-​ສະຫະພັນ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ