ບັນດາ​ນັກ​ອຸປະຖໍາ​ຊ່ວຍ​ເຫຼືອເຄື່ອງ​ຊ່ວຍ​ຫາຍ​ໃຈ 500​ ​ເຄື່ອງ ​​​ໃຫ້ແກ່​ການຮັບ​ມື​ກັບ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -ທ່ານ ເຈິ່ນແທັງເໝິນ ສືບຕໍ່ຮຽກຮ້ອງໃຫ້ບັນດາອົງການ, ຫົວໜ່ວຍ, ອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົນພາຍໃນ ແລະ ຕ່າງປະເທດ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ສືບຕໍ່ເຂົ້າຮ່ວມການຊ່ວຍເຫຼືອການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ບັນດາ​ນັກ​ອຸປະຖໍາ​ຊ່ວຍ​ເຫຼືອເຄື່ອງ​ຊ່ວຍ​ຫາຍ​ໃຈ 500​ ​ເຄື່ອງ ​​​ໃຫ້ແກ່​ການຮັບ​ມື​ກັບ​ໂລກລະບາດ​ໂຄ​ວິດ - 19 - ảnh 1ພິທີມອບ-ຮັບເຄື່ອງຊ່ວຍຫາຍໃຈ (ພາບ: nhandan.com.vn)

        ວັນທີ 5 ສິງຫາ, ທີ່ພິທີມອບ-ຮັບເຄື່ອງຊ່ວຍຫາຍໃຈ 500 ເຄື່ອງທີ່ມີມູນຄ່າ 120 ຕື້ດົ່ງ ເພື່ອຮັບໃຊ້ໃຫ້ແກ່ວຽກງານປິ່ນປົວຄົນເຈັບຕິດເຊື້ອໂຄວິດ - 19, ທ່ານ ເຈິ່ນແທັງເໝິນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາການກະທໍາອັນດີງາມຂອງຜູ້ອຸປະຖໍາ.

        ເນື່ອງໃນໂອກາດນີ້, ທ່ານ ເຈິ່ນແທັງເໝິນ ສືບຕໍ່ຮຽກຮ້ອງໃຫ້ບັນດາອົງການ, ຫົວໜ່ວຍ, ອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົນພາຍໃນ ແລະ ຕ່າງປະເທດ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ສືບຕໍ່ເຂົ້າຮ່ວມການຊ່ວຍເຫຼືອການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ເພື່ອພ້ອມກັບພັກ, ລັດ ມີແຫຼ່ງກໍາລັງເພີ່ມເຕີມຕື່ມອີກ, ເພີ່ມທະວີບັນດາມາດຕະການປ້ອງກັນ, ສະກັດກັ້ນ, ປິ່ນປົວພະຍາດ, ຮັບປະກັນຊີວິດສັງຄົມ, ພິເສດແມ່ນຮັບປະກັນຄວາມປອດໄພທາງດ້ານສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນໄລຍະຈະມາເຖິງ. 

ຕອບກັບ

ຂ່າວ/ບົດ​ອື່ນ