ບັນດານັກອຸປະຖຳຮ່ວມເດີນທາງພ້ອມກັບກອງທຶນຊ່ວຍເຫຼືອເດັກຫວຽດນາມ

ບັນດານັກອຸປະຖຳຮ່ວມເດີນທາງພ້ອມກັບກອງທຶນຊ່ວຍເຫຼືອເດັກຫວຽດນາມ - ảnh 1
(ບັນດານັກອຸປະຖຳຮ່ວມເດີນທາງ
ພ້ອມກັບກອງທຶນຊ່ວຍເຫຼືອເດັກຫວຽດນາມ)

(vovworld) –​ ຕອນ​ບ່າຍ​ວັນ​ທີ 16/01, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ລວມ​ມີ​ບັນ​ດາ​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ​ທີ່​ໄດ້​ມີ​ການປະ​ກອບ​ສ່ວນ​ຢ່າງ​ດີ​ເດັ່ນ ໃນວຽກ​ງານ​ປົກ​ປັກ​ຮັກ​ສາ, ເບິ່ງ​ແຍງ​ດູ​ແລ​ເດັກ. ທີ່​ພິ​ທີ​ຕ້ອນ​ຮັບ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ສະ​ເໜີ​ວ່າ, ກອງ​ທຶນ​ຊ່ວຍ​ເຫຼືອ​ເດັກ ສືບ​ຕໍ່​ມີ​ບັນ​ດາ​ວິ​ທີ​ການ​ເຄື່ອນ​ໄຫ​ວ​ໃໝ່, ການ​ຮ່ວມ​ມື​ໃໝ່ ເພື່​ອ​ແນ​ໃສ່​​ຊ່ວຍ​ເຫຼືອ​ເດັກ​​​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດໃຫ້​ຫຼາຍກວ່າ​ອີກ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ກ່າວ​ວ່າ.

      “ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊຽນ ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຈະ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ຂ້າ​ມ​ປາ​ຊ​ີ​ຟິກ (TPP), ມີ​ບັນ​ດາ​ກາ​ລະ​ໂອ​ກາດ​​ຫຼາຍ​ຢ່າງໃຫ້​ແກ່​ວິ​ສາ​ຫະ​ກິດ, ແຕ່ກໍ​ມີ​ສິ່ງ​ທ້າຍ​ທາຍບໍ່​ແມ່ນ​ໜ້ອຍ. ​​ປະ​ຈຸ​ບັນ​, ພວກ​ເຮົາ​ມີ​ເດັກ​ທຸກ​ຍາກ 6 ລ້ານ​ຄົນ ແລະ ມີ​ເດັກ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຢ່າງ​ຮີບ​ດ່ວນ​ເກືອບ 4 ລ້ານ​ຄົນ. ຖາ້​ຫາ​ກ​ພວກ​ຫຼານ​ໄດ້​ຮ່ຳ​ໄດ້​ຮຽນ​ຄື​ຄົນ​ອື່ນ, ​ລຸ່ນ​ຄົນ​ໃນ​ອະ​ນ​າ​ຄົດຂອງ​ປະ​ເທດ​ພວກ​ເຮົາ​ຈະ​ພັດ​ທະ​ນາ ແລະ ປະ​ເທ​ດ​ພວກ​ເຮົາ​ຈະ​ມີ​ບັນ​ດາ​ກາ​ລ​ະ​ໂອ​ກາດ​ໃໝ່”.

      ​ທາງກອງ​ທຶນ​ໄດ້​ຜັນ​ຍະ​ຫຍາຍ​ບັນ​ດາ​ລາຍ​ການ, ໂຄງ​ການ​ຢູ່ 63 ແຂ​ວງ, ​ນະ​ຄອນ ແລະ ໄດ້​ໜູນ​ຊ່ວຍ​ເດັກ 100.000 ​ເທື່ອ​ຄົນ, ດ້ວຍ​ຈຳ​ນວນ​ເງິນກວ່າ 91 ຕື້​ດົງ.

ຂ່າວ/ບົດ​ອື່ນ