ບັນດານັກຮຽນຮູ້ສາກົນຄັດຄ້ານຈີນເກາະຜິດຢູ່ທະເລຕາເວັນອອກ

ບັນດານັກຮຽນຮູ້ສາກົນຄັດຄ້ານຈີນເກາະຜິດຢູ່ທະເລຕາເວັນອອກ - ảnh 1
ກຳປັ່ນຂອງ ຈີນ ໃຊ້ທໍ່ສິດນ້ຳຄວາມແຮງສູງໃສ່ກຳປັ່ນ ຫວຽດນາມ
(ພາບປະກອບ)

(vovworld) – ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ: “ຟິລິບ​ປິນ, ຫວຽດນາມ ​ແລະ ບັນດາ​ການ​ຂັດ​ແຍ້​ງ​​ຜືນ​ແຜ່ນດິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ” ​ໂດຍ​ສູນ Wilson ຈັດ​ຕັ້ງ​ໃນ​ວັນ​ທີ 3/6 ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ, ບັນດາ​ນັກຮຽນ​ຮູ້​ໄດ້​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ພິ​ເສດ​ກ່ຽວ​ກັບ​ສະພາບ​ຄວາມ​ເຄັ່ງ​ຕຶງ​ປິນຂັ້ນ​ໄດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ຍ້ອນ​ບັນດາ​ການ​ກະທຳ​ເກາະຜິດ, ທວງ​ເອົາ​ອະທິປະ​ໄຕ​ຂອງ ຈີນ ​ແລະ ຖື​ວ່າ​ບັນດາ​ການ​ຜັນ​​ແປ​ນີ້​ມີ​ໄພ​ກາ​ຍ​ເປັນ​ວິ​ກິດ​ການ​ທົ່ວ​ໂລກ.

    ​ໃນ​ຂະນະ​ນັ້ນ, ​​ຕອນ​ບ່າຍ​ວັນ​ທີ 3/6, ຢູ່​ນະຄອນຫຼວງ ບຣຸກ​ແຊນ, ປະ​ເທດ ​ແບນ​ຊິກ, ​ໄດ້​ດຳ​ເນີນ​ກ​ອງປະຊຸມ​ສຳ​ມະ​ນາ “ບັນດາ​ເຫດການ​ຢູ່​ທະ​ເລ​ຕາ​ເວັນ​ອອກ: ​ແງ່​ມູມດ້ານ​ນິຕິ​ກຳ ​ແລະ ຜົນ​ສະທ້ອນ​ເຖິງ​ດ້ານ​ການ​ຄ້າ”. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບູ່​ຍ​ແທງ​ເຊີນ ​ໄດ້​ຕີ​ລາຄາ​ສູງ ​ແລະ ຂໍ​ຂອບ​ອົກ​ຂອບ​ໃຈ​ປະຊາ​ຄົມ​ໂລກ ​ໄດ້ຄັດຄ້ານ​ບັນດາ​ການ​ກະທຳ​ຜິດ​ພາດ​ຂອງ ຈີນ​ ​ໃນ​ເຫດການຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​​ໄຫຼ່​ທະວີບ​ຂອງ ຫວຽດນາມ.

    ​ໂດຍ​ຕາງໜ້າ​ໃຫ້ກຸ່ມ​ສະມາຊິກ​ສາ​ພາ​ແຫ່ງ​ຊາດ ສະຫະພາບ ​ເອີ​ລົບ, ທ່ານ ສສຊ Marc Tarabella ຮັບຜິດຊອບ​ບັນດາ​ບັນຫາ ອາ​ຊຽນ ຢູ່​ລັດຖະສະພາ ​ເອີ​ລົບ, ສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ສະພາບ​ການ​ບົນທະ​ເລ​ຈະ​ສົ່ງຜົນ​ສະທ້ອນ​ບໍ່ດີເຖິງ​ການ​ຄ້າ​ໃນ​​ໂລກ.


ຂ່າວ/ບົດ​ອື່ນ