ບັນ​ດາ​​ບູລຸດ​ທີ່​ພົ້ນ​ເດັ່ນ​ຢູ່​ພັກ​ຮັກ​ສາ​ເດີມ​ເລີ່ມ​ຕົ້ນ​ບັ້ນການ​ແຂ່ງ ຂັນເລືອກຕັ້ງເປັນນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ

(VOVWORLD) - ສະມາຊິກພັກຮັກສາເດີມອັງກິດ 125.000 ທ່ານໃນທົ່ວປະເທດຈະປ່ອນບັດເລືອກຕັ້ງການນຳຜູ້ໃໝ່ບົນພື້ນຖານບັນຊີລາຍຊື່ຫຍໍ້ ແລະ ຜ່ານນັ້ນເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່ຢ່າງທັນທີ ໃນເດືອນມິຖຸນາ.
ບັນ​ດາ​​ບູລຸດ​ທີ່​ພົ້ນ​ເດັ່ນ​ຢູ່​ພັກ​ຮັກ​ສາ​ເດີມ​ເລີ່ມ​ຕົ້ນ​ບັ້ນການ​ແຂ່ງ ຂັນເລືອກຕັ້ງເປັນນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ - ảnh 1ທ່ານອາດີດລັດຖະມົນຕີການຕ່າງປະເທດອັງກິດ  Boris Johnson (ພາບ: KT) 

ບັນດາການເຄື່ອນໄຫວໃນການແຂ່ງຂັນເລືອກຕັ້ງຕຳແໜ່ງຜູ້ນຳໜ້າພັກຮັກສາເດີມກຳອຳນາດຢູ່ ອັງກິດ, ພ້ອມກັບຕຳແໜ່ງນາຍົກລັດຖະມົນຕີ ອັງກິດ, ໄດ້ເລີ່ມຕົ້ນດຳເນີນຢ່າງຟົດຟື້ນເຖິງແມ່ນວ່າ ນາຍົກລັດຖະມົນຕີອັງກິດໃນປັດຈຸບັນແມ່ນນາງ Theresa May ຈະລາອອກຈາກຕຳແໜ່ງຢ່າງເປັນທາງການໃນວັນທີ 7 ມິຖຸນາ ຈະມາເຖິງກໍ່ຕາມ. ປັດຈຸບັນມີຜູ້ອອກສະໝັກຮັບເລືອກຕັ້ງ ຢ່າງໜ້ອຍ 13 ທ່ານທີ່ໄດ້ເປີດເຜີຍເຈດຈຳນົງຈະເຂົ້າຮ່ວມການແຂ່ງຂັນເລື້ອກຕັ້ງດັ່ງກ່າວພາຍຫຼັງວັນທີ 7 ມິຖຸນາ. ສະມາຊິກພັກຮັກສາເດີມ ຢູ່ ສະພາຕ່ຳອັງກິດທັງໝົດ313 ທ່ານຈະໄດ້ເລືອກເອົາ ຜູ້ອອກສະໝັກຮັບເລືອກຕັ້ງ 2 ທ່ານສຸດທ້າຍເຂົ້າໃນບັນຊີລາຍຊື່ຫຍໍ້. ສະມາຊິກພັກຮັກສາເດີມອັງກິດ 125.000 ທ່ານໃນທົ່ວປະເທດຈະປ່ອນບັດເລືອກຕັ້ງການນຳຜູ້ໃໝ່ບົນພື້ນຖານບັນຊີລາຍຊື່ຫຍໍ້ນີ້ ແລະ ຜ່ານນັ້ນເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່ຢ່າງທັນທີ ໃນເດືອນມິຖຸນາ.

        ໃນຂະນະນັ້ນ, ວັນທີ 3 ມິຖຸນາ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອັງກິດ ໄດ້ຢັ້ງຢືນວ່າ ທ່ານນາງນາຍົກລັດຖະມົນຕີ May  ຈະບໍ່ຍົກເອົາຮ່າງກົດໝາຍກ່ຽວກັບການປະຕິບັດຂໍ້ຕົກລົງ Brexit ຂອງຕົນອອກມາເພື່ອປ່ອນບັດຢູ່ສະພາຕ່ຳໃນທ້າຍອາທິດນີ້ຄືແຜນການເບື້ອງຕົ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ