ບັນດາບໍລິສັດການບິນພ້ອມແລ້ວທີ່ຈະນຳສົ່ງຊາວ ຫວຽດນາມ ຢູ່ ຢູແກຼນ ກັບຄືນປະເທດ

(VOVWORLD) -ປະຈຸບັນ, ແມ່ນບໍ່ສາມາດຈັດຖ້ຽວບິນໄປເຖິງ ຢູແກຼນ ໄດ້ເທື່ອ ຍ້ອນວ່າ ຍັງດຳເກີດການສູ້ຮົບ, ບັນດາບໍລິສັດການບິນລ້ວນແຕ່ໄດ້ກະກຽມແຜນການບິນໄປຍັງປະເທດຕ່າງໆຢູ່ ເອີລົບ
ບັນດາບໍລິສັດການບິນພ້ອມແລ້ວທີ່ຈະນຳສົ່ງຊາວ ຫວຽດນາມ ຢູ່ ຢູແກຼນ ກັບຄືນປະເທດ - ảnh 1(ພາບປະກອບ: TTXVN)

ມາຮອດຈຸດເວລານີ້, ກົມການບິນ ຫວຽດນາມ ໄດ້ຮັບແຈ້ງການຂອງບໍລິສັດການບິນ: Vietnam Airlines, VietJet Air, Bamboo Airways, ກ່ຽວກັບເລື່ອງພ້ອມແລ້ວທີ່ຈະຈັດຖ້ຽວບິນເພື່ອນຳພົນລະເມືອງ ຫວຽດນາມ ຈາກ ຢູແກຼນ ກັບຄືນປະເທດ ຕາມການຊີ້ນຳຂອງລັດຖະບານ.

        ປະຈຸບັນ, ແມ່ນບໍ່ສາມາດຈັດຖ້ຽວບິນໄປເຖິງ ຢູແກຼນ ໄດ້ເທື່ອ ຍ້ອນວ່າ ຍັງດຳເກີດການສູ້ຮົບ, ບັນດາບໍລິສັດການບິນລ້ວນແຕ່ໄດ້ກະກຽມແຜນການບິນໄປຍັງປະເທດຕ່າງໆຢູ່ ເອີລົບ ຄື: Warsaw - ໂປໂລຍ, Bucharest - ຣຸມານີ, Budapest - ຮຸງກາຣີ, Bratislava - ສະໂລວາກີ, Moscow - ລັດເຊຍ, Minsk – ເບລາຣຸດ ເພື່ອນຳພົນລະເມືອງ ຫວຽດນາມ ແລະ ສະມາຊິກຄອບຄົວທີ່ອາໄສຢູ່ ຢູແກຼນ ກັບຄືນ ຫວຽດນາມ.

        ນອກຈາກບັນດາສະຖານທີ່ດັ່ງກ່າວແລ້ວ, ບັນດາບໍລິສັດການບິນ ຫວຽດນາມ ພ້ອມແລ້ວທີ່ຈະບິນໄປຍັງສະຖານທີ່ຕ່າງໆຕາມວິທີລະອຽດຂອງລັດຖະບານ ບົນຫຼັກການຮັບປະກັນຄວາມປອດໄພ ແລະ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ຊາວ ຫວຽດນາມ ແລະ ສະມາຊິກໃນຄອບຄົວທີ່ອາໄສຢູ່ ຢູແກຼນ ໄດ້ກັບຄືນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ