ບັນດາບໍລິສັດການບິນອາເມລິກາໄດ້ຮັບອະນຸຍາດບິນເຖິງກູບາ

ບັນດາບໍລິສັດການບິນອາເມລິກາໄດ້ຮັບອະນຸຍາດບິນເຖິງກູບາ - ảnh 1
ປະທານາທິບໍດີ Obama ແລະ ປະທານ ກູບາ Raul Castro
  (ພາບ: New York Times)

(vovworld) –  ວັນ​ທີ 10/6, ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຫຼາຍ​ທົດ​ສະ​ວັດ, ອຳນາດ​ການ​ປົກຄອງ ອ​າ​ເມ​ລິ​ກາ ອະນຸຍາດ​ໃຫ້​ບໍລິສັດ​ການບິນ 6 ​ແຫ່ງ​ດຳ​ເນີນ​ບັນດາ​ຖ້ຽວ​ບິນ​ການ​ຄ້າ​ເຖິງ ກູ​ບາ. ບັນດາ​​ເຮືອບິນ​ຂອງບໍລິສັດ​ການບິນ​ນີ້​ຈະບິ​ນ​ເຖິງ 9 ນະຄອນ​ຂອງ​ກູ​ບາ, ​ເຊິ່ງບໍ່​ລວມມີ​ນະຄອນຫຼວງ ລາ​ຮາ​ວານ. ວົງ​ການ​ເຈົ້າ​ໜ້າ​ທີ່​ຄົມມະນາຄົມ​ໃຫ້​ຮູ້​ວ່າ: ​ເຂົາ​ເຈົ້າ​ຍັງ​ບໍ່​ທັນ​ຕົກລົງ​ກ່ຽວ​ກັບ​ບັນດາ​ຖ້ຽວ​ບິນ​ເຖິງ ລາ​ຮາ​ວານ​ເທື່ອ. ບັນດາ​ສາຍ​ການ​ບິນ​​ໄດ້​ຮັບ​ການ​ໃຫ້​ສັດຕະ​ຍາ​ບັນ​ໃນ​ວັນ​ທີ 10/6 ຈະ​ເລີ່​​ມ​ເຄື່ອນ​ໄຫວ​ຢູ່​ບັນດາ​ນະຄອນ​ຂອງ ອາ​ເມ​ລິ​ກາ​ຄື: Miami, Fort Lauderdale, Chicago, Philadelphia ​ແລະ Minneapolis, ບິນ​ໄປ​ຍັງ​ບັນດາ​ນະຄອນ​ຂອງ ກູ​ບາ​ຄື: Santa Clara ​ແລະ Santiago de Cuba. ​ແຕ່​ຍັງ​ຕ້ອງການ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຢ່າງ​ເປັນທາງ​ການ​ຈາກ​ລັດຖະບານ ກູ​ບາ, ​ແຕ່​ບັນດາ​ບໍລິສັດ​ການບິນ​ດັ່ງກ່າວ​ສະ​ແດງ​ຄວາມ​ຫວັງ​ຈະ​ເລີ່​ມດຳ​ເນີນ​ບັນດາ​ຖ້ຽວ​ບິນ​ໃນ​ລະດູ​ໃບ​ໄມ້​ຫຼົ່ນ​ປີ​ນີ້.


ຂ່າວ/ບົດ​ອື່ນ