ບັນດາບໍລິສັດທາດເຄມີອາເມລິກາກໍ່“ເຫດ“ເພື່ອໂຈະກໍລະນີຮ້ອງຟ້ອງທາດພິດສີສົ້ມຢູ່ຝລັ່ງ

ບັນດາບໍລິສັດທາດເຄມີອາເມລິກາກໍ່“ເຫດ“ເພື່ອໂຈະກໍລະນີຮ້ອງຟ້ອງທາດພິດສີສົ້ມຢູ່ຝລັ່ງ - ảnh 1
ທະ​ນາ​ຄານ Bertrand Repolt ແລະ ທ່ານ​ນາງ ເຈີ່ນ​ໂຕ໋​ງາ
(ພາບ: Bích Hà/Vietnam+)

(vovworld) - ບັນດາ​ບໍລິສັດ​ທາດ​ເຄມີ​ອາ​ເມ​ລິ​ກາ ​ໄດ້​ຕັ້ງ​ໃຈກໍ່“​ເຫດ“​ເພື່ອ​ໂຈະ​ກໍລະນີຮ້ອງ​ຟ້ອງ​ທາດ​ພິດ​ສີ​ສົ້ມ​ຢູ່​ຝລັ່ງ ດ້ວຍ​ການກໍ່​ ”ເຫດ​ທີ່​ເອີ້​ນວ່າ​ລັກສະນະ​ຊັດ​ເຈນ​ຂອງ​ເອກະສານ”. ນີ້​ແມ່ນ​ຄຳຖະ​ແຫຼງຂອງ​ທະນາຍຄວາມ Bertrand Repolt ພາຍຫຼັງ​ເຂົ້າ​ຮ່ວມ​ວາລະ​ອະພິປາຍ​ທີ​ສອງ ​ຂອງ​ກໍລະນີ​ຮ້ອງ​ຟ້ອງ​ໂດຍ​ທ່ານ​ນາງ ​ເຈິ່ນ​ໂຕ໋ງາ​ ຮ້ອງ​ຟ້ອງ 26 ບໍລິສັດ​ທາດ​ເຄມີ​ອາ​ເມ​ລິ​ກາ​ ຜະລິດ​ທາດ​ຂ້າ​ຫຍ້າ, ​ເຊິ່ງກອງທັບ​ອາ​ເມ​ລິ​ກາ ​ໄດ້​ນຳ​ໃຊ້​ໃນ​ປາງ​ສົງຄາມ​ຢູ່​ຫວຽດນາມ ​ໄລຍະ 1961-1971. ​ໃນ​ວາລະ​ອະພິປາຍ​ກ່ອນ​ນັ້ນ​ທີ່​ດຳ​ເນີນ​ເມື່ອ​ວັນ​ທີ 18/6 ຢູ່​ສານ​ນະຄອນ Evry, ຊານ​ນະຄອນຫຼວງ​ປາຣີ. ນີ້​ແມ່ນ​ສານ​ທີ່​ມີ​ລັກສະນະ​ລະບຽບ​ການ​ເພື່ອ​ໃຫ້​ຜູ້​ພິພາກສາ ​ແລະ ທະນາ​ຄວາມ​ຝ່າຍ​ຕ່າງໆ​ກວດ​ຢັ້ງຢືນ​ສຳ​ເນົາ​ເອກະສານ ​ແລະ ​ເຫັນ​ດີ​ຕໍ່​ຕາຕະລາງ​ເຮັດ​ວຽກ​ຕໍ່​ໄປ. ທະນາຍຄວາມ Bertrand Repolt ​ເປັນ​ຜູ້​ຮັບຜິດຊອບ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດ​ໃຫ້​ທ່ານ​ນາງ ​ເຈິ່ນ​ໂຕ໋ງາ, ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາດ​ທາດ​ພິດ​ສີ​ສົ້ມ ທີ່​ຖື​ສັນຊາດ​ຝລັ່ງ, ​ໄດ້​ມີໜ້າ​ຢູ່​ສານ. ຜູ້ຕາງໜ້າ​ຝ່າຍ​ຈຳ​ເລີຍ​ມີ​ທະນາຍຄວາມ 19 ຄົນ​, ທີ່​ຕາງໜ້າ​ໃຫ້ 19 ບໍລິສັດ​ທາດ​ເຄມີ​ຂອງ​ອາ​ເມ​ລິ​ກາ ​ເຂົ້າ​ຮ່ວມ​ການ​ດຳ​ເນີນ​ຄະດີ.

 

ຂ່າວ/ບົດ​ອື່ນ