ບັນດາບໍລິສັດໄຟຟ້າຍີ່ປຸ່ນສະເໜີໃຫ້ 10 ເຕົາປະຕິກອນນິວຄະເລຍເຄື່ອນໄຫວຄືນໃໝ່

ບັນດາບໍລິສັດໄຟຟ້າຍີ່ປຸ່ນສະເໜີໃຫ້ 10 ເຕົາປະຕິກອນນິວຄະເລຍເຄື່ອນໄຫວຄືນໃໝ່ - ảnh 1
ໂຮງງານໄຟຟ້າ ນິວເຄຼຍ ແຫ່ງໜຶ່ງຂອງ ຍີ່ປຸ່ນ
(ພາບຈາກອີນເຕີເນັດ)

(vovworld) – ວັນ​ທີ 8/7, ບັນດາ​ບໍລິສັດ​ໄຟຟ້າ​ຍີ່​ປຸ່ນ ​ໄດ້​ຂໍອະນຸຍາດ​ໃຫ້10 ​ເຕົາ​ປະຕິ​ກອນ​ນິວຄະ​ເລຍ​ເຄື່ອນ​ໄຫວ​ຄືນ​ໃໝ່ - ນີ້​ແມ່ນ​ການ​ກະທຳທີ່​ແຈ້ງ​ກ່ອນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຄືນ​ໃໝ່​ຂອງ​ພະລັງງານ​ນິວຄະ​ເລຍ​ຢູ່​ປະ​ເທດ​ນີ້ ພາຍຫຼັງ​ເກີດ​ໄພພິບັດ​ Fukushima ມາ​ເປັນ​ເວລາ 2 ປີ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕາມ​ບັນດາ​ນັກ​ສັງ​ເກດ​ການ​ແລ້ວ, ການ​ກະທຳ​ດັ່ງກ່າວ​ອາດ​ຈະ​ພາ​ໄປ​ເຖິງ​ການ​ຟື້ນ​ຟູ​ໄຟຟ້າ​ນິວຄະ​ເລຍ​ຢູ່​ຍີ່ປຸ່ນ. ​ໃນ​ຈຳນວນ 10 ​ເຕົາ​ປະຕິ​ກອນ​ນິວຄະ​ເລຍທີ່​ສະ​ເໜີ​ອະນຸຍາດ​ໃຫ້​ເຄື່ອນ​ໄຫວ​ຄືນ​ໃໝ່​ນັ້ນ. ມີ 3 ​ເຕົາ​ປະຕິ​ກອນ​ນິວຄະ​ເລຍ ​ແມ່ນ​ຂຶ້ນ​ກັບ​ໂຮງງານ​ໜຶ່ງ​ໃນ​ເກາະ Hokkaido, ທາງ​ເໜືອ​ສຸດ​ຂອງ​ຍີ່ປຸ່ນ, ສ່ວນ 7 ເຕົາ​ປະຕິ​ກອນ​ນິວຄະ​ເລຍ ​ແມ່ນ​ຂຶ້ນ​ກັບ ​ໂຮງງານ 4 ແຫ່ງ​ຢູ່​ທິດຕາ​ເວັນ​ຕົກ​ຂອງ​ປະ​ເທດ​ນີ້.

 

ຂ່າວ/ບົດ​ອື່ນ