ບັນ​ດ​າ​ບາດ​ກ້າວ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອີ​ຢູ ແລະ ແງ່​ຫວັງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

(VOVWORLD) -ໃນຕະຫຼອດໄລຍະ 30 ປີ ແຫ່ງການຮ່ວມມື ແລະ ພັດທະນາ, ການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ ໄດ້ມີບັນດາບາດກ້າວເດີນທີ່ຍາວໄກ, ບົນພື້ນຖານບັນດາວິໄສທັດຍຸດທະສາດເລິກເຊິ່ງ  ແນໃສ່ຍົກສູງທີ່ຕັ້ງບົດບາດຂອງການພົວພັນຄູ່ຮ່ວມມື ແລະ ການພົວພັນດັ່ງກ່າວ ໄດ້ຮັບການເພີ່ມພູນຄູນສ້າງດ້ວຍພື້ນຖານທີ່ໝັ້ນແກ່ນ, ເລິກເຊິ່ງ, ກວ້າງຂວາງ, ໝັ້ນໝາຍຈະນຳມາເຊິ່ງກຳລັງໜູນທີ່ແຜ່ກະຈາຍໃນປີ 2021 ແລະ ຊຸມປີຕໍ່ໆໄປ.
ບັນ​ດ​າ​ບາດ​ກ້າວ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອີ​ຢູ ແລະ ແງ່​ຫວັງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ   - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ (ພາບ:TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ສະຫະພາບເອີຣົບ (ອີຢູ) (28/11/1990 – 28/11/2020), ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ ໄດ້ມີບົດຂຽນ ຕີລາຄາກ່ຽວກັບບັນດາບາດກ້າວພັດທະນາຂອງການພົວພັນລະຫວ່າງ ຫວຽດນາມ - ອີຢູ ດ້ວຍຫົວຂໍ້: “ບັນດາບາດກ້າວພັດທະນາຮອບດ້ານໃນການພົວພັນ ຫວຽດນາມ - ອີຢູ ແລະ ແງ່ຫວັງໃນໄລຍະຈະມາເຖິງ”.

ບົດຂຽນໄດ້ຢັ້ງຢືນວ່າ: ອີຢູ ພວມຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນ, ຮອບດ້ານກັບ ອາຊຽນ ແລະ ບັນດາປະເທດສະມາຊິກ, ໃນນັ້ນ ມີ ຫວຽດນາມ; ນັບມື້ນັບສະແດງຫຼັກໝັ້ນ, ທັດສະນະຢ່າງຈະແຈ້ງ ແລະ ແຮງກ້າໃນບັນຫາຮັບປະກັນຄວາມປອດໄພໃນການເດີນເຮືອ, ຄວາມເປັນລະບຽບຮຽບຮ້ອຍຂອງກົດໝາຍ, ຮັກສາສັນຕິພາບ ແລະ ສະຖຽນລະພາບ ຢູ່ ທະເລຕາເວັນອອກ. ໃນຕະຫຼອດໄລຍະ 30 ປີ ແຫ່ງການຮ່ວມມື ແລະ ພັດທະນາ, ການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ ໄດ້ມີບັນດາບາດກ້າວເດີນທີ່ຍາວໄກ, ບົນພື້ນຖານບັນດາວິໄສທັດຍຸດທະສາດເລິກເຊິ່ງ  ແນໃສ່ຍົກສູງທີ່ຕັ້ງບົດບາດຂອງການພົວພັນຄູ່ຮ່ວມມື ແລະ ການພົວພັນດັ່ງກ່າວ ໄດ້ຮັບການເພີ່ມພູນຄູນສ້າງດ້ວຍພື້ນຖານທີ່ໝັ້ນແກ່ນ, ເລິກເຊິ່ງ, ກວ້າງຂວາງ, ໝັ້ນໝາຍຈະນຳມາເຊິ່ງກຳລັງໜູນທີ່ແຜ່ກະຈາຍໃນປີ 2021 ແລະ ຊຸມປີຕໍ່ໆໄປ.

ຕອບກັບ

ຂ່າວ/ບົດ​ອື່ນ