ບັນ​ດາ​ປັດ​ໄຈ ຊ່ວຍ​ໃຫ້ ຫວຽດ​ນາມ ກາຍ​ເປັນ ສູນ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ

(VOVWORLD) -ຫວຽດນາມ ຈະຊຸກຍູ້ບົດບາດເໝືອນດັ່ງ ສູນຜະລິດທີ່ສຳຄັນໃຫ້ບັນດາບໍລິສັດຂະໜາດໃຫຍ່ໃຫ້ນັບມື້ນັບສູງຂຶ້ນ.
ບັນ​ດາ​ປັດ​ໄຈ ຊ່ວຍ​ໃຫ້ ຫວຽດ​ນາມ ກາຍ​ເປັນ ສູນ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ - ảnh 1ກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ (ພາບ: TTXVN)

ວັນທີ 2 ກຸມພາ, ສໍານັກຂ່າວສານ Reuters ໄດ້ລົງບົດຂຽນວິຈານກ່ຽວກັບ ເປົ້າໝາຍ “ກາຍເປັນປະເທດພັດທະນາຮອບດ້ານໃນປີ 2045” ເຊິ່ງ ພັກກອມມູນິດ ຫວຽດນາມ ໄດ້ຍົກອອກມາໃນກອງປະຊຸມໃຫຍ່ຄັ້ງທີ XIII ຜ່ານມາ, ໃນນັ້ນ ໄດ້ໄຈ້ແຍກບັນດາປັດໄຈທີ່ຊ່ວຍໃຫ້ ຫວຽດນາມ ສາມາດຊ່ວຍໃຫ້ ຫວຽດນາມ ກາຍເປັນສູນ ວິທະຍາສາດ - ເຕັກໂນໂລຢີ.

        ດ້ວຍການເຂົ້າຮ່ວມສັນຍາການຄ້າເສລີ (FTA) ຫຼາຍສະບັບ, ຫວຽດນາມ ໄດ້ດຶງດູດບໍລິສັດຕ່າງປະເທດນັບມື້ນັບຫຼາຍ. ຕາມແຜນການພັດທະນາເສດຖະກິດ ໄລຍະ 5 ປີ ຈະມາເຖິງ, ຫວຽດນາມ ຈະຊຸກຍູ້ບົດບາດເໝືອນດັ່ງ ສູນຜະລິດທີ່ສຳຄັນໃຫ້ບັນດາບໍລິສັດຂະໜາດໃຫຍ່ໃຫ້ນັບມື້ນັບສູງຂຶ້ນ. ພັກກອມມູນິດ ຫວຽດນາມ ກໍບັນລຸໄດ້ເປົ້າໝາຍນຳປະເທດຈາກປະເທດທີ່ມີຄ່າແຮງງານຕໍ່ ກາຍເປັນສູນວິທະຍາສາດ ແລະ ເຕັກໂນໂລຢີ.

        ຫວຽດນາມ ກໍຈະປ່ຽນຈຸດສູມການລົງທຶນໂດຍກົງຈາກຕ່າງປະເທດ FDI ຈາກຈຳນວນ ໄປເປັນ ຄຸນນະພາບ ແລະ ຈຳກັດການສົ່ງກະທົບຕໍ່ສິ່ງແວດລ້ອມ./.


ຕອບກັບ

ຂ່າວ/ບົດ​ອື່ນ