ບັນດາປັດໄຈຮັບປະກັນສະຖຽນລະພາບດ້ານເສດຖະກິດຂອງລັດເຊຍຍັງໝັ້ນຄົງເຂັ້ມແຂງ

ບັນດາປັດໄຈຮັບປະກັນສະຖຽນລະພາບດ້ານເສດຖະກິດຂອງລັດເຊຍຍັງໝັ້ນຄົງເຂັ້ມແຂງ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin
(ພາບ: AFP/TTXVN)

(vovworld) – ໂດຍ​ບໍ​່​ຫົວ​ຊາ​ຕໍ່​ບັນ​ດາ​ການ​ເໜັງ​ຕ​ີງ​ກ່ຽວ​ກັບ​ດ້ານ​ການ​ເງິນ, ບັນ​ດາ​ປັດ​ໄຈ​ພື້ນ​ຖານ​ຮັບ​ປະ​ກັນ​ຄວາມ​ເປັນ​ປົກ​ກະ​ຕິ​ຂອງ​ພື້ນ​ຖາ​ນ​ເສດ​ຖະ​ກິດ ລັດ​ເຊຍ ຍັງ​ຄົງ​ເຂັ້ມ​ແຂງ, ນັ້ນ​ແມ່ນບໍ່​ຂາດ​ດຸ່ນ​ງົບ​ປ​ະ​ມານ, ​ລະ​ດັບສະ​ສົມ​ຫຼາຍ, ​ການຊຳ​ລະ​ໝັ້ນ​ຄົງ, ເຂັ້ມ​ແຂງ. ນີ້​ແມ່ນ​ຖະ​ແຫຼງ​ການ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ທີ່​ເວ​ທີ​ປາ​ໄສ​ການ​ລົງ​ທຶນ “​ປະ​ເທດລັດ​ເຊຍ ​ຮຽກ​ຮ້ອງ” ວັນ​ທີ 2/10 ຢູ່ ມົດ​ສະ​ກູ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ຕີ​ລາ​ຄາ​ວ່າ: ​ລະ​ດັບ​ໄພ​ເງິນ​ເຟີ້​ເພີ່​ມ​ຂຶ້ນໃນ​ເດືອນ 8 – 9 ແມ່ນ​ຍ້ອນ ລັດ​ເຊຍ ໂຕ້​ຕອບ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຂອງ ຝ່າຍ​ຕາ​ເວັນ​ຕົກ ແລະ ພຽງ​ແຕ່ມີ​ລັກ​ສະ​ນະ​ຊົ່ວ​ຄາວ​ເທົ່າ​ນັ້ນ. ທ່ານ​ຄາ​ດ​ຄະ​ເນ​ວ່າ, ອັດ​ຕາ​ໄພ​ເງິນ​ເຟີ້​ປີນີ້​ອາດ​ຈະ​ຢູ່​ໃນ​ລະ​ດັບ​ແຕ່ 7,5 – 8%, ສູງ​ກ່​ວາ​ລະ​ດັບ 6,5% ຂອງ​ປີ​ກາຍ ຍ້ອນ​ລາ​ຄາ​​ສະ​ບຽງ​ອາ​ຫານ​ບາງ​ປະ​ເພດ​​ເພີ່ມ​ຂຶ້ນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ລະ​ດັບ​ເພີ່ມ​ຂຶ້ນນີ້ບໍ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ສັງ​ຄົມ.



ຂ່າວ/ບົດ​ອື່ນ