ບັນ​ດາ​ປະ​ເທດ CPTPP ເຫັນ​ດີ​ເປັນ​ເອ​ກະ​ພາບ​ຊຸກ​ຍູ້​ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ Covid – 19

(VOVWORLD) -ໃນຖະແຫຼງການທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມທາງອອນລາຍໂດຍເມັກຊີໂກເປັນປະທານ, ບັນດາປະເທດສະມາຊິກ CPTPP ຖືວ່າ ໃນສະພາບການປັດຈຸບັນ, ສິ່ງທີ່ສຳຄັນກ່ວາໝູ່ແມ່ນ ການສະກັດກັ້ນລັດທິອາລັກຂາ ແລະ ປັບປຸງລະບົບການຄ້າເປີດປະຕູຢ່າງ ມີປະສິດທິຜົນ, ສະເໝີພາບ, ເປັນຫຼາຍຮູບຫຼາຍແບບ ແລະ ອີງໃສ່ຂໍ້ກຳນົດຂອງກົດໝາຍເພື່ອຟື້ນຟູການເຕີບໂຕເສດຖະກິດທົ່ວໂລກ.
ບັນ​ດາ​ປະ​ເທດ CPTPP ເຫັນ​ດີ​ເປັນ​ເອ​ກະ​ພາບ​ຊຸກ​ຍູ້​ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ Covid – 19 - ảnh 1 ໂລໂກ ຂອງ CPTPP (ພາບ: Reuters)

ວັນທີ 6 ສິງຫາ, ບັນດາປະເທດສະມາຊິກ ສັນຍາຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໄດ້ເຫັນດີຈະນຳໜ້າໃນວຽກງານສ້າງຂໍ້ກຳນົດໃນທົ່ວໂລກສຳລັບພື້ນຖານເສດຖະກິດດີຈີຕອນ, ກໍ່ຄືເພີ່ມທະວີບັນດາຄວາມມານະພະຍາຍາມເພື່ອແນໃສ່ສ້າງບັນດາລະບົບສະໜອງທີ່ໄຫວພິບໃນສະພາບການໂລກລະບາດ Covid -19 ພວມຄຸນຄາມ.

        ໃນຖະແຫຼງການທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມທາງອອນລາຍໂດຍເມັກຊີໂກເປັນປະທານ, ບັນດາປະເທດສະມາຊິກ CPTPP ຖືວ່າ ໃນສະພາບການປັດຈຸບັນ, ສິ່ງທີ່ສຳຄັນກ່ວາໝູ່ແມ່ນ ການສະກັດກັ້ນລັດທິອາລັກຂາ ແລະ ປັບປຸງລະບົບການຄ້າເປີດປະຕູຢ່າງ ມີປະສິດທິຜົນ, ສະເໝີພາບ, ເປັນຫຼາຍຮູບຫຼາຍແບບ ແລະ ອີງໃສ່ຂໍ້ກຳນົດຂອງກົດໝາຍເພື່ອຟື້ນຟູການເຕີບໂຕເສດຖະກິດທົ່ວໂລກ.

        ທີ່ກອງປະຊຸມ, ບັນດາຄະນະຜູ້ແທນໄດ້ເຫັນດີເປັນເອກະພາບຕໍ່ ເລື່ອງມຸ່ງໄປສູ່ການສ້າງຕັ້ງອົງການຮັບຜິດຊອບບັນຫາການພັດທະນາເຕັກໂນໂລຢີດີຈີຕອນ, ໂດຍໄດ້ນຳໃຊ້ນັບມື້ນັບຫຼາຍຂຶ້ນຍ້ອນຜົນສະທ້ອນຈາກໂລກລະບາດ Covid – 19. ບັນດາປະເທດ ກໍ່ໄດ້ເຫັນດີເປັນເອກະພາບເພີ່ມທະວີບັນດາລະບົບສະໜອງໃນພາກພື້ນເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການຈໍລະຈອນສິນຄ້າທີ່ຈຳເປັນ

ຕອບກັບ

ຂ່າວ/ບົດ​ອື່ນ