ບັນ​ດາ​ປະ​ເທດ IAEA ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພ​ີ່ມ​ທະ​ວີ​ຄວາມໝັ້ນ​ຄົງ ດ້ານ​ນິ​ວ​ເຄຼຍ

(VOVWORLD) -ໃນລະຫວ່າງວັນທີ 10 – 14 ກຸມພາ, ຢູ່ນະຄອນຫຼວງ Vienna (ປະເທດໂອຕະລິດ ), ລັດຖະມົນຕີບັນດາປະເທດສະມາຊິກອົງການພະລັງງານປະລະມານູສາກົນ (IAEA) ທີ່ມາຈາກກ່ວາ 130 ປະເທດ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີ ກ່ຽວກັບຄວາມໝັ້ນຄົງດ້ານນິວເຄຼຍຂອງ IAEA.
ບັນ​ດາ​ປະ​ເທດ IAEA ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພ​ີ່ມ​ທະ​ວີ​ຄວາມໝັ້ນ​ຄົງ ດ້ານ​ນິ​ວ​ເຄຼຍ - ảnh 1ທ່ານ Rafael Mariano Grossi ກ່າວຄຳເຫັນທີ່ກອງປະຊຸມຂອງ IAEA ຢູ່ນະຄອນຫຼວງ Vienna, ປະເທດອົດຕຣາລີໃນວັນທີ 2 ທັນວາ 2019 (ພາບ: THX/TTXVN) 

ນະທີ່ນີ້, ບັນດາຜູ້ແທນໄດ້ປຶກສາຫາລືຫຼາຍບັນຫາຄືເຮັດແນວໃດເພື່ອຮັບປະກັນວັດຖຸນິວເຄຼຍບໍ່ໃຫ້ຖືກລັກຫຼື ທຳລາຍໃນວິວັດການຂົນສົ່ງ, ນຳໃຊ້ ນິຕິເວດ ນິວເຄຼຍເພື່ອໜູນຊ່ວຍການສືບສວນອາດຊະຍາກຳ ແລະ ຮັບມືຢ່າງຮີບດ່ວນໃນກໍລະນີເກີດມີບັນດາສະພາບການທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງດ້ານນິວເຄຼຍ.

        ບັນດາລັດຖະມົນຕີກໍ່ເຫັນດີເປັນເອກະພາບກັບຖະແຫຼງການຮ່ວມ, ໃນນັ້ນ ເນັ້ນໜັກວ່າ ຕ້ອງເພີ່ມທະວີຄວາມໝັ້ນຄົງນິວເຄຼຍທົ່ວໂລກ ເພື່ອແນໃສ່ຕ້ານຄືນໄພນາບຂູ່ການກໍ່ການຮ້າຍດ້ານນິວເຄຼຍ ແລະ ບັນດາການກະທຳທັບມ້າງຕ່າງໆ.


ຕອບກັບ

ຂ່າວ/ບົດ​ອື່ນ