ບັນດາປະເທດ NATO ຍັງບໍ່ທັນເຫັນດີເຫັນພ້ອມຕໍ່ແງ່ຫວັງ ຢູແກຼນ ເຂົ້າເປັນສະມາຊິກ

(VOVWORLD) - ບັນດາການປຶກສາຫາລືກ່ຽວກັບເງື່ອນໄຂເພື່ອໃຫ້ ຢູແກຼນ ເຂົ້າເປັນສະມາຊິກຂອງ NATO ຍັງສືບຕໍ່ດຳເນີນທີ່ກອງປະຊຸມສຸດຍອດ NATO
ບັນດາປະເທດ NATO ຍັງບໍ່ທັນເຫັນດີເຫັນພ້ອມຕໍ່ແງ່ຫວັງ ຢູແກຼນ ເຂົ້າເປັນສະມາຊິກ - ảnh 1ນາຍທະຫານ ຢູແກຼນ
(ພາບປະກອບ: AFP/TTXVN)

        ວັນທີ 10 ກໍລະກົດ, ທ່ານ Jens Stoltenberg, ເລຂາທິການໃຫຍ່ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ໃຫ້ຮູ້ວ່າ, ບັນດາປະເທດສະມາຊິກ NATO ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງສຸດທ້າຍກ່ຽວກັບແງ່ຫວັງ ຢູແກຼນ ເຂົ້າເປັນສະມາຊິກຂອງພັນທະມິດການທະຫານນີ້. ກ່າວຄຳເຫັນຢູ່ນະຄອນຫຼວງ Vilnius ຂອງ ລິດວາ, ພາຍຫຼັງການພົບປະກັບທ່ານປະທານາທິບໍດີປະເທດເຈົ້າພາບ Gitanas Nausea, ທ່ານ Jens Stoltenberg ໄດ້ກ່າວເນັ້ນວ່າ ບັນດາການປຶກສາຫາລືກ່ຽວກັບເງື່ອນໄຂເພື່ອໃຫ້ ຢູແກຼນ ເຂົ້າເປັນສະມາຊິກຂອງ NATO ຍັງສືບຕໍ່ດຳເນີນທີ່ກອງປະຊຸມສຸດຍອດ NATO ເຊິ່ງໄດ້ຈັດຂຶ້ນແຕ່ວັນທີ 11 – 12 ກໍລະກົດ ຢູ່ Vilnius.

        ໃນຂະນະນັ້ນ, ກ່າວຄຳເຫັນໃນຊ່ອງໂທລະພາບ ZDF ໃນວັນດຽວກັນ, ທ່ານເອກອັກຄະລັດຖະທູດ ຢູແກຼນ ປະຈຳ ເຢຍລະມັນ Oleksii Makeiev ເນັ້ນໜັກວ່າ: “ໃນ 500 ວັນຜ່ານມາ, ພວກຂ້າພະເຈົ້າໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຢູແກຼນ ໄດ້ກຽມພ້ອມຈະເຂົ້າເປັນສະມາຊິກຂອງ NATO”.

        ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ໄດ້ຮຽກຮ້ອງໃຫ້ສະຫະພາບ ເອີລົບ ເຊື່ອມຕໍ່ຄືນບັນດາການເຈລະຈາກ່ຽວກັບໃບຂໍເຂົ້າເປັນສະມາຊິກກຸ່ມນີ້ຂອງ ຕວັກກີ.

        ໂດຍມີປະຕິກິລິຍາຕໍ່ເລື່ອງ NATO ສົ່ງເສີມຂັ້ນຕອນຮັບ ຢູແກຼນ ເຂົ້າເປັນສະມາຊິກ, ວັນທີ 10 ກໍລະກົດ, ໂຄສົກວັງ Kremlin ໃຫ້ຮູ້ວ່າ, ເລື່ອງ ຢູແກຼນ ເຂົ້າເປັນສະມາຊິກ NATO ຈະກໍ່ຜົນຮ້າຍທີ່ຫຍໍ້ທໍ້ສຳລັບໂຄງສ້າງຄວາມໝັ້ນຄົງ ເອີລົບ, ພ້ອມທັງກ່າວເຕືອນວ່າ ລັດເຊຍ ຈະເດັດດ່ຽວໂຕ້ຕອບຕໍ່ບໍ່ວ່າບາດກ້າວໃດໆທີ່ເປັນຄືແນວນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ