ບັນດາປະເທດ TPP ສາມາດປະຊຸມໃນເດືອນ 3 ຈະມາເຖິງ

ບັນດາປະເທດ TPP ສາມາດປະຊຸມໃນເດືອນ 3 ຈະມາເຖິງ - ảnh 1
(ພາບປະກອບ)

(vovworld) – ​​ ວັນ​ທີ 08/02 ທ່ານ Todd McClay ລັດຖະມົນຕີ​ກະຊວງ​ການ​ຄ້າ ນິວຊີ​ແລນ ຖື​ວ່າ: “ຍັງ​ມີ​ເວລາ​ຫລາຍ” ​ເພື່ອ​ປະຕິ​ເສດ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ແລະ 11 ປະ​ເທດ​ສະມາຊິກທີ່​ຍັງ​ເຫຼືອ​ຄວນ​ປຶກສາ​ຫາລື​ກ່ຽວ​ກັບ​ບາດກ້າວ​ຕໍ່​ໄປ ພາຍຫລັງ ອາ​ເມ​ລິ​ກາ ຖອນ​ອອກ​ຈາກ​ສັນ​ຍາ​ນີ້. ທ່ານ Todd McClay ຍົ​ກອອກ​ຄຳ​ປາ​ໄສ​ດັ່ງກ່າວ​ຢູ່ ​ໂຕ​ກຽວ ​ທີ່ການ​ຢ້ຽມຢາມ ຍີ່ປຸ່ນ ​ໃນ​ຂອບ​ເຂດ​ໜ້າ​ທີ່​ຊອກ​ຮູ້​ທັດສະນາ​ຂອງ​ບັນດາ​ສະມາຊິກ​ອື່ນ​ໃນ TPP ກ່ຽວ​ກັບ​ອະນາ​ຄົດ​ຂອງ​ສັນຍາ​ນີ້. ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ສຳນັກ​ຂ່າວສານ Kyodo ທ່ານ Todd McClay ​ໃຫ້​ຮູ້​ວ່າ ​ກອງ​ປະຊຸມ​ບັນດາ​ລັດຖະມົນຕີ​ຕາງໜ້າ​ໃຫ້​ບັນດາ​ປະ​​ເທດ​ສະມາຊິກ TPP ອາດ​ຈະ​ດຳ​ເນີນ​​ໄປ​ໃນ​ເດືອນ 3 ຈະ​ມາ​ເຖິງ​ຢູ່ ຈີ​ເລ.

        TPP ​ໄດ້​ລົງ​ນາມ​ຢູ່ Auckland, ນິວຊີ​ແລນ ​ໃນ​ເດືອນ 02/2016 ພາຍຫລັງ​ ​ເຈລະຈາ​ເປັນ​ເວລາ 5 ປີ. ສັນຍາ​ການ​ຄ້າ​ນີ້ ​ແມ່ນ​ເສົ້າ​ຄ້ຳ​​ຂອງ​ນະ​ໂຍບາຍ “ຫັນ​ໄປ” ສູ່ ​ເອີ​ລົບ ຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຜູ້​ທີ່​ຫາ​ກໍ່​ສິ້ນ​ສຸດ​ອາ​ຍຸ​ການ.

 

ຂ່າວ/ບົດ​ອື່ນ